ນັກ​ວິ​ຊາ​ການ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສົ່ງ​ສັນ​ຍານ​ທີ່​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ
2017-10-19 16:39:22  cri 
    ກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລານີ້, ກ່ຽວ​ກັບ​ເລື່ອງນີ້, ນັກ​ວິ​ຊາ​ການ​ ອິນ​ໂດ​ເນ​ເຊຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ບົດ​ລາຍ​ງານ​ຂອງ​ທ່ານ ສີ​ຈິ້ນ​ຜິງ ໄດ້​ສົ່ງ​ສັນ​ຍານ​ທີ່​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ

    ທ່ານ ຮຸມ​ເປຼ ອາ​ນາ​ໂດ ຣູ​ເຊວ ອາ​ຈານ​ທີ່​ເຄີຍ​ສອນ​ຢູ່​ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ໂດຍ​ເນ​ເຊຍ ກ່າວ​ວ່າ, ບົດ​ລາຍ​ງານ​ຂອງ​ທ່ານ ສີ​ຈິ້ນ​ຜິງ ຈະ​ມີ​ຜົນດີ​ທີ່​ຕັ້ງ​ໜ້າ​ຕໍ່​ປະ​ຊາ​ຄົມ​ໂລກ. ໃນ​ບົດ​ລາຍ​ງານ, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່ ແລະ ໄດ້​ສົ່ງ​ສັນ​ຍານ​ທີ່​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

    ທ່ານນາງ ທີ​ທີ ຣາ​ຮາດ​ຈາ​ນ​ຕີ ປະ​ທານ​ສະ​ມາ​ຄົມ​ຄະ​ນະ​ພາ​ສາ​ຈີນ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ, ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ມີ​ຜົນ​ງານ​ທີ່​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ​​ໂດຍ​ສະ​ເພາະໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເຊິ່ງ​ເປັນ​ຕາ​​ຊົມ​ເຊີຍ ແລະ​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ອິນ​ໂດ​ເນ​ເຊຍ. ​ພ້ອມນັ້ນ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ຢ່າງຫຼວງຫຼາຍ ໂດຍ​ສະ​ເພາະ​ໃນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາ ແລະ​ວັດ​ທະ​ນະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ