ເລີ່ມ​ດຳ​ເນີນ​ໂຄງ​ການ​ສາຍ​ຮູບ​ເງົາ​ໝື່ນ​ເລື່ອງ​ຢູ່​ອາ​ຟ​ຣິກ​ກາ
2017-10-20 10:18:47  cri 

ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ນາງ​ຖາວ​ຫົງ ນັກ​ສະ​ແດງ​ຮູບ​ເງົາ​ຈີນ, ທູດ​ເທດ​ສະ​ການ​ຮູບ​ເງົາ​ສາ​ກົ​ນ​ຈີນ-ອາ​ຟ​ຣິກ​ກາ ພ້ອມ​ແຂກ​ຜູ້​ມີ​ກຽດ​ໄດ້​ເດີນ​ທາງ​ໄປໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ເມືອງ​ຄັບ​ທາວປະ​ເທດ​ອາ​ຟ​ຣິກ​ກາ​ໃຕ້​ດ້ວຍ​ການ​ນຳ​ເອົາ​ຂອງ​​ຂວັນ​ພິ​ເສດ​ມອບ​ໃຫ້​ເດັກ​ນ້ອຍ​ເຊິ່ງ​ນັ້ນ​ກໍຄື​ໂຄງ​ການ​ສາຍ​ຮູບ​ເງົາ​ໝື່ນ​ເລື່ອງ​ອາ​ຟ​ຣິກ​ກາCineTravel.

ທ່ານ​ຣາ​ຟິກ ຊຳ​ໂຊ​ດິນ ປະ​ທານ​ເທດ​ສະ​ການ​ຮູບ​ເງົາ​ຄັບ​ທາວ​ຢືນ​ຢັນ​ວ່າ ໂຄງ​ການ​ສາຍ​ຮູບ​ເງົາ​ໝື່ນ​ເລື່ອງ​ນີ້ສຳ​ລັບ​ບັນ​ດາ​ປະ​ເທດ​ແລະ​ປະ​ຊາ​ຊົນ​ອາ​ຟ​ຣິກ​ກາ​ແລ້ວ​ຖື​ວ່າ​ເປັນ​ໂຄງ​ການ​ທີ່​ມີ​ນິ​ມິດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ບາງ​ຈຳ​ນວນ​ທີ່​ບໍ່​ມີ​ໂອ​ກາດ​ເຂົ້າ​ໂຮງ​ຮູບ​ເງົ​າ​ນັ້ນ​ສາ​ມາດ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ຂອງ​ຮູບ​ເງົາ​ຢ່າງ​ໃກ້​ຊິດ​ຜ່ານ​ຈາກ​ອຸ​ປະ​ກອນ​ສາຍ​ຮູບ​ເງົາ​ກາງ​ແຈ້ງ​ທີ່​ມີ​ຄຸນ​ນະ​ພາບ​ດີ​ແລະ​ຄົບ​ຊຸດ ແລະ​ຈາກ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ, ປະ​ຊາ​ຊົນ​ຈີນ​ແລະ​ອາ​ຟ​ຣິກ​ກາ​ຈະ​ສາ​ມາດ​​ຮັບ​ຮູ້​ວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ແລະທັດ​ສະ​ນະທີ່​ຊົງ​ຄຸນ​ຄ່າ​​ຂອງ​ກັນ​ແລະ​ກັນ ທັງ​ມີ​ຄວາມ​ເຂົ້າ​ໃຈ​ແລະ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບດ້ານ​ວັດ​ທະ​ນະ​ທຳ​ຫ້​ເລິກ​ເຊິ່ງກວ່າ​ເກົ່າອີກ​ດ້ວຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ