​ໜັງສືພິມ "ຊາວ​ປາຣີ" ສູນ​ໃຈ​ຕໍ່ບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19
2017-10-20 17:29:23  cri 
ຕາມ​ຂ່າວCRI: ວັນ​ທີ 18 ຕຸລາ​ນີ້, ໜັງສືພິມ "ຊາວ​​ປາຣີ" ​ໄດ້ລົງ​ຂ່າວກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວປະ​ເທດ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19 ເຊິ່ງໄດ້​ລາຍ​ງານ​ວ່າ: ທ່ານ​ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິ​ດຈີນ​ໄດ້​​ລາຍ​ງານ​ວ່າ: ພັກ​ກອມ​ມູນິດ​ຈີນ​ຈະ​​ໄດ້ຮັບ​​ໄຊຊະນະ​​ໃນການ​ຕໍ່ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ຮັບປະກັນ​​ໃຫ້​ເຈົ້າ​ໜ້າ​ທີ່ ​ແລະ​ລັດຖະບານ​ມີ​ປອດ​ໃສ​ຂາວ​ສະອາດ. ຂະນະ​ດຽວ​ກັນ​, ຕ້ອງ​ຮັກສາ​ອິດ​ທິພົນ​ຂອງ​ສູນ​ກາງ​ພັກ ​ແລະ​ການ​ນຳພາ​ຢ່າງ​ລວມສູນເປັນ​ເອກະ​ພາບ​ນ ກໍ​ຄືການ​ເດັດດ່ຽວ​ຮັກສາ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ​ແລະ​ຜົນ​ປະ​ໂຫຍ​ດຂອງການ​ພັດທະນາ​​ແຫ່ງ​ຊາດ​ຈີນ.

ໜັງສືພິມ​ດັ່ງກ່າວ​ຍັງ​ໄດ້​ເອົາ​ໃຈ​ໃສ່ຕໍ່​ການ​​ເປີດ​ປະຕູ​ສູ່​​ໂລກ​ພາຍ​ນອກ​ຂອງ​ຈີນ​ເປັນພິ​ເສດ ​ເຊິ່ງ​ໄດ້ນຳ​ເອົາ​ເນື້ອ​ໃນຂອງບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ລາຍ​ງານວ່າ: ຈີນຈະ​​ບໍ່​ປິດ​ປະຕູ​​ສູ່​ໂລກ​ພາຍ​ນອກ ​ແລະ​ຈະ​ສືບ​ຕໍ່​ຮັກສາ​ສິດຜົນປະ​​ໂຫຍ​ດຂ​ອງການ​ລົງທຶນ​ຕ່າງປະ​ເທດທີ່​ຊອບ​ດ້ວຍ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ