GDP ຂອງ​ຈີນ​ເພີ່ມ​ຂຶ້ນ 6,9% ໃນສາມ​ໄຕ​ມາດປີ 2017
2017-10-20 15:54:24  cri 
    ອົງ​ການ​ສະ​ຖິ​ຕິ​ແຫ່ງ​ລັດ​ຈີນ​ເປີດ​ເຜີຍ ​ໃນ​ວັນ​ທີ 19 ຕຸ​ລານີ້​ວ່າ, ລວ​ມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ສາມ​ໄຕ​ມາດ​ປີນີ້ ໄດ້​ເພີ່ມ​ຂຶ້ນ 6,9% ເຊິ່ງ​ລື່ນ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 0,2%. ທາງ​ການ​ຈີນ​ກ່າວ​ວ່າ, ໃນ​ສາມ​ໄຕ​ມາດ​ປີນີ້, ເສດ​ຖະ​ກິດ​ແຫ່ງ​ຊາດ​ມີ​ຈັງ​ຫວະ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ, ຄວາມ​​ເຂັ້ມ​ແຂງ​ໃນການ​ພັດ​ທະ​ນາ ກໍ​ເພີ່ມ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ ​ແລະ​ຈາກນີ້ຈຶ່ງ​ຄາດ​ວ່າ, ປີນີ້ ຈະ​ບັນ​ລຸ​ຕາມເປົ້າ​ໝາຍ​ທີ່​​ຕັ້ງ​ໄວ້.

    ຂ່າວ​ແຈ້ງວ່າ, ນັ​ບ​ແຕ່​ຕົ້ນ​ປີນີ້​ມາ, ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ການ​ສະ​ໜອງ​ຂອງ​ຈີນ ໄດ້​ກ້າວ​ສູ່​ລວງ​ເລິກ, ການ​ຄ້າ​ນຳເຂົ້າ​ແລະ​ສົ່ງ​ອອກ ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ, ບັນ​ຊີ​​ກະ​ແສ​ລາຍ​ວັນ​ໄດ້​ຮັກ​ສາ​ການ​ໄດ້​ດຸນ, ອັດ​ຕາ​ແລກ​ປ່ຽນ​ເງິນຢວນ ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ໄດ້​ເພີ່ມ​ຂຶ້ນ​ໃນ 8 ເດືອນ​ຕິດ​ຕໍ່​ກັນ; ຂະ​ນະ​ດຽວ​ກັນ, ໃນ 3 ໄຕ​ມາດ​ຂອງ​ປີນີ້, ລາຍ​ໄດ້​ຂອງ​ປະ​ຊາ​ຊົນ ໄດ້​ເພີ່ມ​ຂຶ້ນ 7,5% ເຊິ່ງ​ລື່ນກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 1,2% ທັງ​ໄວ​ກວ່າ​ການ​ເຕີບ​ໂຕ​ຂອງ GDP.

    ໃນ​ຕົ້ນ​ປີນີ້, ທາງ​ການ​ຈີນ​ໄດ້​ວາງ​ເປົ້າ​ໝາຍ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີນີ້​ຄືປະ​ມານ 6,5%, ​ແລະ​ເນື່ອງ​ຈາກ​ເສດ​ຖະ​ກິດ​ຈີນ​​ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ຂຶ້ນນັບ​ແຕ່​ຕົ້ນ​ປີນີ້​ມາ, ​ຈຶ່ງ​ເຮັດ​ໃຫ້ຫວ່າງມໍ່ໆ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ໄດ້​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີ​ນ​ໃນ​ປີນີ້​ໃຫ້​ສູງ​​ຂຶ້ນເຖິງ 6,8% ແລະ ທະ​ນາ​ຄານ​ໂລກ ປັບ​ໃຫ້​ສູງ​ຂຶ້ນ​ເຖິງ ​6,7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ