ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ວິ​ທີ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ສ້າງ​ຂົວ​ຕໍ່​ລະ​ຫວ່າງ​ຈິດ​ໃຈ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ
2017-10-21 14:14:03  cri 
ວັນ​ທີ 20 ຕຸ​ລານີ້, ຜູ້​ແທນທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຈາກ​ວົງ​ການ​ວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບຫົວ​ຂໍ້ ​ການ​ພັດ​ທະ​ນາ​ດ້ານ​ວັດ​ທະ​ນະ​ທຳ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່.

ອີງ​ຕາມ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI ກັບ​ໂທ​ລະ​ພາບ​ແຫ່ງ​ຊາດ​ປາ​ກີ​ສະ​ຖານ, ລະ​ຄອນ​ໂທ​ລະ​ພາບ​ຈີນ​ເລື່ອງ"ຊາວ​ໜຸ່ມ​ປັກ​ກິ່ງ"ພາກ​ສຽງ​ພາ​ສາເອີ​ດູຈະ​ເລີ່ມ​ອອກ​ອາ​ກາດ​ໃນ​ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ​ປາ​ກີ​ສະ​ຖານ​ໃນ​ຕົ້ນ​ເດືອນ​ພະ​ຈິກ​ປີນີ້. ທ່ານ​ຊຸນ​ຟິ​ຄາ ອາ​ຮາ​ເມັດ ຮອງ​ຜູ້​ອຳ​ນວຍ​ການ​ໂທ​ລະ​ພາບ​ແຫ່ງ​ຊາດ​ປາ​ກີ​ສະ​ຖານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ລະ​ດັບ​ແປ​ຂອງ​ລະ​ຄອນ​ໂທ​ລະ​ພາບ​ດັ່ງ​ກ່າວ, ທ່ານ​ຫວັງ​ວ່າ​ລະ​ຄອນ​ເລື່ອງນີ້​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ປາ​ກີ​ສະ​ຖານ.

ທ່ານ​ເຊ້ຍ​ຢົງ​ໝີນ ຜູ້​ແທນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ຫົວ​ໜ້າ​ສູນ​ກະ​ຈາຍ​ສຽງ​ຕໍ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ​ແລະອາ​ຟຼຼຼຼຼິ​ກາ​ຂອງ CRI ​ບອກ​ໃຫ້​ຮູ້​ວ່າ: ວັດ​ທະ​ນະ​ທຳ​ແມ່ນ​ວິ​ທີ​ສຳ​ຄັນ​ໃນ​ການ​ສ້າງ​ຂົວ​ຕໍ່​ລະ​ຫວ່າງ​ຈິດ​ໃຈ​ປະ​ຊາ​ຊົນ, ຍັງ​ແມ່ນ​ເນື້ອ​ໃນ​ທີ່​ດີ​ສຳ​ລັບ​ການ​ເຜີຍ​ແຜ່​ຕໍ່​ຕ່າງ​ປະ​ເທດ. ໃນ​ຫຼາຍ​ປີ​ມານີ້, CRI ໄດ້​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຫຼາຍ​ຮູບ​ການ​ເຊິ່ງ​ລວມ​ທັງ​ການ​ແປ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ຜ່ານ​ການ​ລາຍ​ງານ​ຂອງ​ສື່​ມາ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ແມ່ນ​ໜ້າ​ທີ່​ຂອງ​ສື່ມວນ​ຊົນ, ຍັງ​ແມ່ນ​ວີ​ທີ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ.

ໃນ​ຫຼາຍ​ປີ​ມານີ້, ຄຽງ​ຄູ່​ກັບ​ກຳ​ລັງ​ສັງ​ລວມ​ຂອ​ງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງບໍ່​ຢຸດຢັ້ງ, ປະ​ຊາ​ຄົ​ມ​ໂລກ​ມີ​ຄວາມ​ປາ​ຖະ​ໜາທີ່​ຢາກ​ເຂົ້າ​ໃຈ​ປະ​ເທດ​ຈີນ​ນັບ​ມື້​ນັບ​ແຮງ​ກ້າ. ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສະ​ເໜີ​ວ່າ: ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ, ຖື​ຈີນ​ເປັນ​ຫຼັກ ເຊື່ອມ​ໂຍງ​ເຂົ້າ​ກັນ. ຄວ​ນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຈີນ​ໃຫ້​ດີ, ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ຈີນ​ທີ່​ແທ້​ຈິງແລະ​ຮອບ​ດ້ານ, ຍົກ​ກຳ​ລັງ​ແຫ່ງ​ຊາດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຈີນໃຫ້​ສູງ​ຂຶ້ນ. ກ່ຽວ​ກັບ​ບັນ​ຫາທີ່​ເຮັດ​ແນວ​ໃດ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ລະ​ຫວ່າງວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ, ທ່ານ​ເຊ້ຍ​ຢົງ​ໝີນ​ກ່າວ​ວ່າ: ພວກ​ເຮົາ​ໄປ​ຄົ້ນ​ຫາ​ສິ່ງ​ລ້ຳ​ຄ່າ​ທີ່​ສຸດ​ໃນ​ວັດ​ທະ​ນະ​ທຳ​ຕ່າງໆ, ຜ່ານ​ການ​ແນະ​ນຳ​ສິ່ງ​ລ້ຳ​ຄ່າ​ເຫຼົ່າ​ນີ້, ຈະ​ສາ​ມາດ​ຊ່ວຍ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເຂົ້າ​ໃຈຄ່າ​ນິ​ຍົມ​ຂອງ​ຊົນ​ຊາດໃດ​ໜຶ່ງ​ຫຼື​ປະ​ເທດ​ໃດ​ໜຶ່ງຢ່າງ​ດີ​ກວ່າ​ເກົ່າ ແລະ​ເຂົ້າ​ໃຈ​ສາ​ເຫດ​ທີ່​ຕ້ອງ​ເປັນ​ໄປທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເລືອກ​ເສັ້ນ​ທາງ​ພັດ​ທະ​ນາ​ແລະ​ລະ​ບອບ​ສັງ​ຄົມ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ