ຄະ​ນະ​ປະ​ທານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2
2017-10-21 15:05:38  cri 


ຕາມ​ຂ່າວCRI:ຕອນ​ບ່າຍ​ຂອງວັນ​ທີ 20 ຕຸ​ລາ​ນີ້, ຄະ​ນະ​ປະ​ທານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈັດໄດ້​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກກິ່ງ​ຂອງ​ຈີນ.

ສະ​ຫາຍ​ສີ​ຈິ້ນ​ຜິງເປັນ​ປະ​ທານກອງ​ປະ​ຊຸມ.



ທ່ານ​ລິວ​​ຢຸນ​ຊ່ານ, ຫົວ​ໜ້າ​ຄະ​ນະເລ​ຂາ​ຂອງກອງ​ປະ​ຊຸມ​ໃຫຍ່​ໄດ້​ແຈ້ງ​ລາຍ​ຊື່​ຂອງ​ກຳ​ມະ​ການແລະ​ກຳ​ມະ​ການ​ສຳ​ຮອງ​ສູນ​ກາງພັກຊຸດ​ທີ 19, ​ແລະ​​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ເປັນກຳ​ມະ​ການຂອງ​ຄະ​ນະ​ກຳ​ມະ​ກາ​ນກວດ​ກາລະ​ບຽບ​ວິ​ໄນ​ສູນ​ກາງ.

ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ຮ່າງ​ມະ​ຕິກ່ຽວ​ກັບ​ບົດ​ລາຍ​ງານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກຊຸດ​ທີ 18, ຮ່າງ​​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງພັກ​ຊຸດ​ທີ 18, ຮ່າງ​ມະ​ຕິ​ກ່ຽວ​ກັບ ກົດ​ລະ​ບຽບ​ພັກ​ກອມ​ມູ​ນິດ​ຈີນສະ​ບັບ​ດັດ​ແກ້​ແລະ​ຍື່ນ​ໃຫ້​ຄະ​ນະ​ຜູ້​ແທນ​ຕ່າງໆ​​ເພື່ອປຶກ​ສາ​ຫາ​ລື.

ກອງ​ປະ​ຊຸມ​​ໄດ້​ຮັບ​ຮອງ​ລາຍ​ຊື່​ຂອງກຳ​ມະ​ການ​ແລະ​ກຳ​ມະ​ການ​ສຳ​ຮອງສູນ​ກາງ​ພັກ​ຊຸດ​ທີ 19, ແລະ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​​ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງພັກ, ແລະ​ຍື່ນ​ໃຫ້​ຄະ​ນະ​ຜູ້​ແທນ​ຕ່າງໆ​ພິ​ຈາ​ລະ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ