ສື່ມວນ​ຊົນ​ປະ​ເທດອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ຕິດ​ຕາມຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ
2017-10-21 17:50:00  cri 
ຕາ​ມ​ຂ່າວCRI: ວັນ​ທີ 18 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ. ເຊິ່ງ​ໄດ້​ຮັບ​​ຄວາມ​ສົນ​ໃຈ​ໃນລະ​ດັບ​ສູງ​ຈາກສື່ມວນ​ຊົນ​​ສຳ​ຄັນ​ຕ່າງໆຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​.

ວັນ​ທີ 19 ຕຸ​ລາ​ນີ້, ໜັງ​ສື​ພິມ"ຫຼຽນ​ເຫີ​ຈາວ​ປ້າວ"ຂອງ​ສິງ​ກະ​ໂປ​ໄດ້​​ພິມຂ່າວ​ກ່ຽວ​ກັບ​ການ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຢູ່​ບ່ອນ​ສຳ​ຄັນຂອງໜ້າ​ທຳ​ອິດ, ແລະ​ໄດ້​ບັນ​ລະ​ຍາຍ​ຢ່າງ​ລະ​ອຽດ​ຕໍ່​ບົດ​ລາຍ​ງານ​ຂອງທ່ານ​ສີ​ຈິ້ນ​ຜິງໃນ​ນາມ​ຜູ້​ຕາງ​ໜ້າ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18. ໃນ​ວັນ​ທີ 20 ຕຸ​ລາ​ນີ້, ໜັງ​ສື​ພິມ "ຫຼຽນ​ເຫີ​ຈາວ​ປ້າວ" ໄດ້​ພິມ​ບົດວິ​ເຄາະ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ, ໃນ 15 ປີ​ຕໍ່​ໜ້າ​ນີ້, ​ອະ​ລິ​ຍະ​ທຳ​ທ​າງ​ວັດ​ຖຸ​, ອະ​ລິ​ຍະ​ທຳ​ທາງ​ການ​ເມືອງ, ອະ​ລິ​ຍະ​ທຳ​ທາງ​ຈິດ​ໃຈ, ອະ​ລິ​ຍະ​ທຳ​ທາງ​ສັງ​ຄົມ, ​ຊີ​ວະ​ພາບ​ຂອງ​ຈີນ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ລະ​ບົບ​ຄຸ້ມຄອງແລະ​ຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຈະ​ບັນ​ລຸລະ​ດັບ​ທັນ​ສະ​ໄໝ, ຈີນ​ຈະ​ກາຍ​ເປັນ​ປະ​ເທດນຳ​ໜ້າ​ທາງ​ດ້ານ​ກຳ​ລັງ​ແຫ່ງ​ຊາດ​ສັງ​ລວມ​ແລະ​ອິດ​ທິ​ພົນ​ສາ​ກົນ​.

ໜັງ​ສື​ພິມ "ຊີນ​ຈູ​ເດ​ລີ" ຂອງ​ມາ​ເລ​ເຊຍ​ພິມ​ບົດ​ວິ​ເຄາະ​ຊີ້​ອອກວ່າ, ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​ແຜນ​​ຜັງ​ພັກ​ກອມ​ມູ​ນິດ​ຈີນ​ທີ່ນຳ​ພາ​ປະ​ເທດ​ຈີນ​ສ້າງ​ຕົນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ເຂັ້ມ​ແຂງ​, ທັນ​ສະ​ໄໝ​ຮັ່ງ​ມີ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ​, ກົມ​ກຽວ​ກັນແລະ​ສວ​ຍ​ງາມ​ໃນ​ກາງ​ສັດ​ຕະ​ວັດ​ທີ 21, ເພື່ອ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ, ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ກັບ​​ໂລກ.

​ໂທ​ລະ​ພາບ VOICE TV ເຊິ່ງ​ເປັນ​ສື່ມວນ​ຊົນ​ສຳ​ຄັນຂອງ​ໄທ​ໄດ້​ລາຍ​ງານ​ທາງໂທ​ລະ​ພາບ​ໂດຍ​ມີ​ຫົວ​ຂໍ້​ວ່າ "ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​​ຍຸກ​ສະ​ໄໝໃໝ່ ເນັ້ນ​ໜັກການ​ໄຂ​ປະ​ຕູ​ຕໍ່​ປະ​ຊາ​ຄົມ​ໂລກ" ໂດຍ​ຊີ້ອອກວ່າ, ຈີນ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ຍຶດ​ໝັ້ນ​ການ​ໄຂ​ປະ​ຕູ​ຕໍ່​ພາຍນອກແລະ​ຮ່ວມ​ມື, ນີ້​ເປັນ​ທ່າ​ທີ​ຂອງ​ປະ​ເທດ​ໃຫຍ່​ທີ່​ປະ​ຊາ​ຄົມ​ໂລກຢາກ​ເຫັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ