ວັນທີ 18 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ວັນທີ 20 ຕຸລານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸ CRI, ທ່ານພິນິດ ຈາຣູສົມບັດ ອະດີດຮອງນາຍົກລັດຖະມົນຕີໄທ, ປະທານຄະນະກຳມະການສົ່ງເສີມວັດທະນະທຳໄທ-ຈີນໄດ້ຕີລາຄາສູງຕໍ່ບົດລາຍງານຂອງທ່ານສີຈິ້ນຜິງ, ທ່ານກ່າວວ່າ, ໃນບົດລາຍງານ, ທ່ານສີຈິ້ນຜິງໄດ້ເວົ້າວ່າ ການໄຂປະຕູນຳເອົາຄວາມກ້າວໜ້າມາໃຫ້, ການປິດປະຕູຍ່ອມຈະພາໃຫ້ຫຼ້າຫຼັງ. ປະຕູທີ່ຈີນເປີດຕໍ່ໂລກນັ້ນຈະບໍ່ປິດ, ແລະຍັງຈະເປີດໃຫ້ກວ້າງກວ່າເກົ່າ. ທ່ານພິນິດ ຈາຣູສົມບັດເຊື່ອໝັ້ນວ່າ, ນະໂຍບາຍເສດຖະກິດຈີນຫຼັງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນຈະໄຂປະຕູໃຫ້ກວ້າງກວ່າເກົ່າ.
ໃນບົດລາຍງານ, ທ່ານສີຈິ້ນຜິງຍັງໄດ້ກ່າວວ່າ, ຈີນຈະຍຶດໝັ້ນປະຕິບັດຕາມນະໂຍບາຍພື້ນຖານທີ່ໄຂປະຕູຕໍ່ພາຍນອກ, ຍຶດໝັ້ນໄຂປະຕູດຳເນີນການສ້າງສາ, ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ". ທ່ານພິນິດ ຈາຣູສົມບັດ ຕີລາຄາສູງຕໍ່ຂໍ້ລິເລີ່ມກ່ຽວກັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ". ທ່ານເຫັນວ່າ, "ໜຶ່ງແລວທາງໜຶ່ງເສັ້ນທາງ" ແມ່ນຂໍ້ລິເລີ່ມທີ່ຈະສ້າງຜົນປະໂຫຍດຕົວຈິງໃຫ້ແກ່ໂລກ, ເຊິ່ງໄດ້ເຮັດຈີນກັບໂລກເຊື່ອມໂຍງເຂົ້າກັນ, ແລະມີຜົນດີຕໍ່ການເພີ່ມທະວີການແລກປ່ຽນດ້ານວັດທະນະທຳແລະການໄປມາຫາສູ່ກັນດ້ານເສດຖະກິດການຄ້າ. ທະນາຄານການລົງທຶນອາຊີທີ່ຈີນເປັນຜູ້ລິເລີ່ມສ້າງຂຶ້ນນັ້ນກໍ່ຈະສ້າງຜົນປະໂຫຍດໃຫ້ແກ່ປະເທດຕ່າງໆເຊັ່ນດຽວກັນ.