ຕອນເຊົ້າວັນທີ 18 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ທ່ານສີຈິ້ນຜິງໄດ້ກ່າວບົດລາຍງານທີ່ມີຫົວຂໍ້ວ່າ "ຍາດເອົາໄຊຊະນະໃນການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ແຫ່ງການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່" ໃນກອງປະຊຸມ. ບົດລາຍງານດັ່ງກ່າວໄດ້ຮັບຄວາມສົນໃຈໃນລະດັບສູງສູງຈາກສື່ມວນຊົນສຳຄັນຕ່າງໆແລະຊ່ຽວຊານ ນັກວິຊາການທີ່ກ່ຽວຂ້ອງຂອງມຽນມາ.
ວັນທີ 19 ຕຸລານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CRI, ທ່ານອູເຫັ່ນລັດ ບັນນາທິການພະແນກຂ່າວຂອງໂທລະພາບ sky net ມຽນມາກ່າວວ່າ, ທັດສະນະແລະແນວຄິດໃໝ່ທີ່ກ່າວໃນບົດລາຍງານ ລ້ວນແຕ່ເປັນຕາຮຽນ. ແນວຄິດໃໝ່ດ້ານການພັດທະນາ ແລະ ການຫັນປ່ຽນຮູບການພັດທະນາທີ່ພັກກອມມູນິດຈີນຍຶດໝັ້ນປະຕິບັດ ໄດ້ຊຸກຍູ້ການພັດທະນາຂອງເສດຖະກິດ ຈີນຢ່າງແຂງແຮງ. ຄືທ່ານສີຈິ້ນຜິງກ່າວໃນບົດລາຍງານວ່າ, ຍອດມູນຄ່າການຜະລິດພາຍໃນປະເທດຂອງຈີນໄດ້ບັນລຸ 8 ໝື່ນຕື້ຢວນ, ນີ້ກໍ່ແມ່ນຜົນທີ່ຈີນຍຶດໝັ້ນປະຕິບັດແນວຄິດໃໝ່ດ້ານການພັດທະນາ. ຫວັງວ່າ, ມຽນມາຈະສາມາດຖອດຖອນບົດຮຽນທີ່ສຳເລັດຜົນນຳຈີນ, ຜ່ານການຮ່ວມມືດ້ວຍໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ມຽນມາຈະສາມາດພັດທະນາໃຫ້ກາຍເປັນປະເທດທີ່ສັນຕິພາບ ພັດທະນາ ແລະມີຜົນສຳເລັດ.
ທ່ານອູເຫັ່ນລັດຍັງກ່າວວ່າ, ພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ, ເສດຖະກິດຈີນໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ແລະໄດ້ມີຄວາມສາມາດໃນການແກ້ໄຂບັນຫາຫຍຸ້ງຍາກໃນການພົວພັນສາກົນ, ຢູ່ຮ່ວມກັນກັບປະເທດຕ່າງໆຢ່າງມີໄມຕີຈິດມິດຕະພາບ, ເສີມຂະຫຍາຍບົດບາດນັບມື້ນັບຫຼາຍ ໃນເວທີສາກົນ. ນອກນັ້ນ, ທ່ານສີຈິ້ນຜິງຍັງໄດ້ໂຈມຕີການສໍ້ລາດບັງຫຼວງຢ່າງເຄັ່ງຂັດ, ຮຽກຮ້ອງໃຫ້ຄຸ້ມຄອງພັກຢ່າງເຂັ້ມງວດ, ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກການເມືອງແບບນີ້, ຈີນຍ່ອມຈະໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງກວ່າເກົ່າ.