ຊ່ຽວຊານອົສຕຼາລີກ່າວວ່າປະເທດຈີນທີ່ເຂັ້ມແຂງແລະມີຄວາມໝັ້ນໃຈຕໍ່ຕົນເອງຈະສ້າງໂອກາດໃຫ້ແກ່ໂລກຫຼາຍກວ່າເກົ່າ
2017-10-22 17:30:13  cri 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ທີ່ພວມດຳເນີນຢູ່ນະຄອນຫຼວງປັກກິ່ງໄດ້ຮັບຄວາມສົນໃຈຢ່າງໃກ້ສິດຈາກຫຼາຍສະມາຄົມຜູ້ຊົງຄຸນວຸດທິຂອງອົສຕຼາລີຫຼາຍແຫ່ງ.

ທ່ານລາວເຣຍ ເປຍຊີ ຜູ້ຊ່ວຍອະທິການບໍດີມະຫາວິທະຍາໄລວາສໃຕ້ໃໝ່ອົສຕຼາລີຜູ້ຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບປະເທດຈີນກ່າວວ່າ, ຕົນໄດ້ຕັ້ງໃຈຄົ້ນຄວ້າບົດລາຍງານຂອງທ່ານສີຈີ້ນຜີງ ປະທານປະເທດຈີນແລ້ວ, ເຊິ່ງສິ່ງທີ່ໜ້າປະທັບໃຈທີ່ສຸດກໍຄື ຕະຫຼອດບົດລາຍງານໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຕໍ່ເສັ້ນທາງພັດທະນາຂອງຈີນໃນອະນາຄົດ. ຄວາມໝັ້ນໃຈແບບນີ້ແມ່ນມາຈາກການວິເຄາະທີ່ຖືກຕ້ອງແລະຄວາມເຂົ້າໃຈທີ່ເລິກເຊິ່ງຕໍ່ສະພາບການແຫ່ງຊາດໃນປັດຈຸບັນ. ພ້ອມກັນນັ້ນ, ຄວາມໝັ້ນໃຈຂອງຈີນກໍຈະສ້າງໂອກາດພັດທະນາໃຫ້ແກ່ໂລກ.

ທ່ານດຣ.ເຈມສ໌ ລາວເຣັນເຊຊັນ ຮອງຫົວໜ້າສະຖາບັນຄົ້ນຄວ້າການພັວພົນອົສຕຼາລີ-ຈີນຂອງມະຫາວິທະຍາໄລວິທະຍາສາດ-ເຕັກໂນໂລຊີຊິດນີກ່າວວ່າ, ອີງຕາມທ່າອ່ຽງການພັດທະນາໃນປັດຈຸບັນຂອງຈີນ, ຈີນຈະບັນລຸເປົ້າໝາຍທີ່ສ້າງສັງຄົມອີ່ມໜຳສຳລານເມື່ອຮອດປີ 2020 ແລະສົ່ງຜົນໃຫ້ຫຼາຍປະເທດໃນໂລກເປັນຕົ້ນອົສຕຼາລີຈະໄດ້ຮັບຜົນປະໂຫຍດຮ່ວມກັນ. ຂະນະທີ່ຜູ້ບໍລິໂພກລະດັບກາງແລະລະດັບສູງຈຳນວນຫຼວງຫຼາຍຂອງຈີນຈະສ້າງຜົນປະໂຫຍດແກ່ຂະແໜງການທ່ອງທ່ຽວ, ການສຶກສາ, ເຫຼົ້າແວງ, ຊິ້ນງົວແລະຂະແໜງການອື່ນໆຂອງອົສຕຼາລີ, ອົສຕຼາລີກັບຈີນຈະພັດທະນາຮ່ວມກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ