ສູນ​ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ​ໃຫຍ່ຂອງ​ພັກຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ "ວຽກ​ງານແນວ​ໂຮມ​ເອກະ​ພາບ​ແລະ​ການ​ພົວ​ພັນ​ກັບ​ພາຍນອກຂອງ​ພັກ​ກອມ​ມູນິດ​ຈີນ"
2017-10-22 15:09:48  cri 
ຕາມ​ຂ່າວ CRI: ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ"ວຽກ​ງານແນວ​ໂຮມ​ເອກະ​ພາບ​ແລະ​ການ​ພົວ​ພັນ​ກັບ​ພາຍນອກ​ຂອງພັກ​ກອມ​ມູນິດ​ຈີນ" ໄດ້​ຈັດ​ຂຶ້ນ​ຢູ່​ສູນຖະ​ແຫຼງ​ຂ່າວກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ຕຸ​ລາ​ນີ້.

ທ່ານ​ຈ່າງ​ຢີ້​ໂຈງ ຮອງ​ຫົວ​ໜ້າ​ຄະນະ​ແນວ​ໂຮມ​ເອກະ​ພາບສູນ​ກາງ​ພັກ​ກອມ​ມູນິດ​ຈີນຜູ້​ປະ​ຈຳ​ການ​ກ່າວ​ວ່າ, ແນວ​ໂຮມ​ເອ​ກະ​ພາບ​ແມ່ນ​ສະ​ຫະ​ພາບ​ການ​ເມືອງ​​ທີ່​ສາ​ມັກ​ຄີ​ກັນ​ລະ​ຫວ່າງທຸກ​ພັກ​ຝ່າຍ, ​ຊົນ​ຊັ້ນ, ຊົນ​ເຜົ່າ, ຄະ​ນະ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ທີ່​ນຳ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ, ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ແນ​ວ​ໂຮມ​ເອ​ກະ​ພາບ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ພາ​ລະ​ກິດ​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ໃນ​ເວ​ລາ​ເວົ້າ​ເຖິງວຽກ​ງານ​ການ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ໂກ່ວ​ເຢ້ຍ​ໂຈ່ວ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ນັບແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນມາ​, ພັກ​ກອມ​ມູ​ນິດ​ຈີນ​ສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ກັບ​​ບັນ​ດາພັກ​ການ​ເມືອງ​ທີ່​ເປັນ​ມິດ​ກັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ​ເຊິ່ງມາ​ຮອດ​ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັກ​ສາ​ການ​ພົວ​ພັນ​ກັບ 400 ກວ່າ​ພັກ​ການ​ເມືອງ​ແລະ​ອົງ​ການ​ການ​ເມືອງ​ຂອງ 160 ກວ່າ​ປະ​ເທດ​ໃນ​ໂລກເປັນ​ປະ​ຈຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ