ນາ​ຍົກ​ກຳ​ປູ​ເຈຍເນັ້ນຈະ​ບໍ່​ໃຫ້​ກຳ​ປູ​ເຈຍ​ເກີດ​ສົງ​ຄາມ​ອີກ​ເດັດ​ຂາດ
2017-10-22 15:10:30  cri 
​ກ່ອນ​ຈະ​ເຖິງວັນ​ຄົບ​ຮອບ 26 ປີ​ຂອງ​ການ​ເຊັນ "ສັນ​ຍາ​ສັນ​ຕິ​ພາບ​ປາ​ລີ" ​ໃນ​ວັນ​ທີ 21 ຕຸ​ລາ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ລົງ​ບົດ​ຄວາມ​ໃນ​ເວັບ​ໄຊ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຕົນ​ວ່າ, ຈະ​ບໍ່​ໃຫ້​ກຳ​ປູ​ເຈຍ​ເກີດ​ສົງ​ຄາມ​ອີກ​ເດັດ​ຂາດ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ປັດ​ຈຸ​ບັນ​ປະ​ເທດ​ຕົນ​ພວມ​​ຊົມ​ໃຊ້​ຊີ​ວິດ​ຢ່າງ​ສັນ​ຕິ​ພາບ, ​ຫວັງ​ວ່າປະ​ຊາ​ຊົນ​​ທົ່ວ​ປະ​ເທດຈະ​ຕັ້ງ​ໜ້າ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ທີ່ໄດ້​ມາ​ບໍ່​ແມ່ນ​ງ່າຍ. ​ແນວ​ໃດ​ກໍ​ດີ "ສັນ​ຍາ​ສັນ​ຕິ​ພາບ​ປາ​ລີ" ເຊັນ​ກັນ​ຈະ​ຄົບ​ຮອບ 26 ປີ​ແລ້ວ, ປະ​ເທດ​ຕົນ​ຈະ​ບໍ່​ຫັນ​ຫຼັນ​ຄືນ​ສູ່​ສະ​ໄໝ​ເກົ່າ, ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ແມ່ນ​ຄວາມ​ຕ້ອງ​ການ​ສຳ​ຄັນ​ທີ່​ສຸດ​ຂອງ​ປະ​ເທດ​ຕົນ.

​ເມື່ອວັນ​ທີ 23 ຕຸ​ລາ​ປີ 1991, ສັນ​ຍາ​ແກ້​ໄຂ​ບັນ​ຫາ​ການ​ເມືອງ​ຂອງ​ກຳ​ປູ​ເຈຍ​ຮອບ​ດ້ານ​ໄດ້​ລົງ​ນາມ​ຢູ່​ປາ​ລີ, ​ເຊິ່ງເປັນ​ຂີດ​ໝາຍ​ທີ່​ກຳ​ປູ​ເຈຍ​ໄດ້​ສິ້​ນ​ສຸດ​ສົງ​ຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ເປັນ​ເວ​ລາ 13 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ