ກອງປະຊຸມລັດຖະມົນຕີການເງິນອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືເອເປັກຄັ້ງທີ 24 ໄດ້ອັດລົງຢູ່ຫວຽດນາມໃນວັນທີ 21 ຕຸລານີ້. ກອງປະຊຸມຊີ້ວ່າ, ປັດຈຸບັນເສດຖະກິດພາກພື້ນແລະເສດຖະກິດໂລກມີອະນາຄົດການເຕີບໂຕດີຂຶ້ນຊັກໃຊ້, ແຕ່ເບິ່ງໃນໄລຍະກາງແລ້ວຍັງມີຄວາມສ່ຽງ. ກຸ່ມເສດຖະກິດຕ່າງໆຂອງອາເປັກຕ່າງກໍໃຫ້ຄຳໝັ້ນສັນຍາຈະນຳໃຊ້ນະໂຍບາຍຂອງຕົນແລະຮ່ວມກັນນຳໃຊ້ມາດຕະການທີ່ໃຊ້ໄດ້, ລວມທັງນະໂຍບາຍການເງິນ, ເງິນຕາແລະການປະຕິຮູບໂຄງປະກອບ, ເພື່ອຊຸກຍູ້ເສດຖະກິດຂອງພາກພື້ນໃຫ້ເຕີບໂຕຢ່າງແຂງແຮງ, ດຸນດ່ຽງແລະກວມລວມ.
ຜູ້ແທນຈີນກ່າວໃນກອງປະຊຸມດັ່ງກ່າວວ່າ, ຄວນຍຶດໝັ້ນລັດທິຫຼາຍຝ່າຍແລະເດັດດ່ຽວ, ຮັກສາລະບົບການຄ້າຫຼາຍຝ່າຍບົນພື້ນຖານການຄ້າເສລີ.
ກອງປະຊຸມຄັ້ງນີ້ແລະກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນໃນວັນທີ 19 ຕຸລານີ້. ຂະນະທີ່ກອງປະຊຸມລັດຖະມົນຕີການເງິນທີ່ຈັດຂຶ້ນໃນວັນທີ 21 ຕຸລານີ້ໄດ້ເຈາະຈົງປຶກສາຫາລຫົວຂໍ້ຕ່າງໆເຊັ່ນ: ສະຖານະການເສດຖະກິດແລະການເງິນຂອງໂລກແລະພາກພື້ນ, ການລົງທຶນໄລຍະຍາວດ້ານການກໍ່ສ້າງພື້ນຖານໂຄງລ່າງ, ການລະດົມທຶນແລະປະກັນໄພຄວາມສ່ຽງຈາກໄພພິບັດແລະອື່ນໆ, ນອກນີ້ກອງປະຊຸມຍັງໄດ້ອອກຖະແຫຼງການຮ່ວມນຳອີກ.