ລະບົບນຳ​ທາງ​ດາວ​ທຽມ​ "​ເປີ​ຍ​ໂຕ໋ວ" ຖືກ​ນຳ​ໃຊ້​ໃນ​ມື​ຖື​ຢ່າງ​ກວ້າງຂວາງ
2017-10-23 17:09:24  cri 

ທ່ານ​ຫວາງເຟິ່ຍ​ເສ ສາ​ສະ​ດາ​ຈານ​ຈາກວິທະຍາ​ໄລ​ວິສະວະກຳ​ແລະ​ວິທະຍາສາດ​​ເອ​ເລັກ​ໂຕຣນິກ ທີ່​ຂຶ້ນກັບມະຫາ​ວິທະຍາ​ໄລ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້ກ່າ​ວຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 22 ຕຸລາ​ນີ້​ວ່າ: ລະບົບ​ນຳ​ທາງດາວ​ທຽມ "​ເປີ​ຍ​ໂຕ໋ວ" ​ໄດ້​ຖືກ​ນຳ​ໃຊ້​ໃນ​ຂະ​ແໜງ​ການ​ຕ່າງໆ​ຢ່າງ​ກວ້າງຂວາງ ​ລວມທັງ​ການ​ນຳ​ໃຊ້​ໃນ​ມື​ຖື​ທົ່ວ​ໄປ.

ລະບົບ "​ເປີ​ຍ​ໂຕ໋ວ" ​​ແມ່ນ​​ໂຄງການ​ທີ່​ຈີນ​ໄດ້​ເລີ່​ມວາງ​ແຜນ​ພັດທະນາ​ໃນ​ຊຸມ​ປີ 1990. ຂະນະ​ທີ່​ທ່ານ​ຫວາງ​​ເຟິ່ຍ​ເສ ກໍ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ຄົ້ນຄວ້າ​ລະບົບ "​ເປີ​ຍ​ໂຕ໋ວ" 1, 2 ​ແລະ ປັດຈຸບັນກຳລັງ​ກໍ່ສ້າງ​ລະບົບ​ "​ເປີ​ຍ​ໂຕ໋ວ" 3​. ​ໃນ​ການ​ສຳພາດ​ຂ່າວ​ຮ່ວມ​ທີ່​ສູນ​ຖະ​ແຫຼງຂ່າວ​ກອງ​ປະຊຸມ​ພັກ​ຄັ້ງທີ 19 ໃນ​ວັນທີ 22 ຕຸລາ​ນີ້, ທ່ານ​ຫວາງ​ເຟິ່ຍ​ເສ ກໍ​ໄດ້ຢືນຢັນວ່າ ຕົນ​ເປັນ​ສັກຂີ​ພິຍານ​ໃຫ້ຂະ​ບວນການ​ພັດທະນາ​ລະບົບ​ "​ເປີ​ຍ​ໂຕ໋ວ" ຈາກ​ບໍ່​ມີ​ມາສູ່​ມີ ​ແລະ ​ເຂດ​ສັນຍານປົກ​ຄຸມ​ພາຍ​ໃນ​ປະ​ເທດ ​ແລະ​ເຂດ​ອ້ອມ​ຂ້າງ​ປະ​ເທດ ​ໄດ້ຂະຫຍາຍ​ກວ້າງ​ອອກ​ເຖິງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ລວມທັງທົ່ວ​ໂລກຕື່ມ​ອີກ.

ທ່ານ​ຫວາງ​ເຟິ່ຍ​ເສ ກ່າວ​ຕື່ມ​ວ່າ: ນອກຈາກ​ການຂັບ​ລົດ​ເດີນທາງ​ແລ້ວ, ຮູບ​​ແບບການ​ດຳລົງຊີວິດ​ແບບ​ເຄື່ອນ​ທີ່ ທີ່ພັດທະນາ​ໃໝ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ເປັນຕົ້ນ ການ​ຊື້​ເຄື່ອງ​​ທາງ​ອິນ​ເຕີ​ເນັດ, ການ​ຈັດສົ່ງສິນຄ້າ​ດ່ວນ, ການ​ບໍລິການສົ່ງອາຫານ​ເຖິງ​ທີ່, ການ​​ເຊົ່າລົດ​ທາງ​ອິນ​ເຕີ​ເນັດ ​ແລະ ລົດຖີບ​ແບ່ງປັນ ທີ່​ຫາ​ກໍ​ພັດທະນາ​ໃໝ່​ໃນ​ປີ​ນີ້ ບໍ່​ສາມາດ​ຕັດ​ແຍກຈາກ​ການ​ບໍລິການ​ສະໜອງຈຸດ​ທີ່ຕັ້ງ ​ແລະ ​ໂມງ​ເວລາ ທີ່​​ແນ່ນອນຈາກ​ລະບົບ​ "​ເປີ​ຍ​ໂຕ໋ວ" ນັ້ນ​ໄດ້​ເດັດຂາດ. ປັດຈຸບັນ, ລະບົບ​ "​ເປີ​ຍ​ໂຕ໋ວ" ​ໄດ້​ຖືກ​ນຳ​ໃຊ້​ໃນ​ຂະ​ແໜງ​ການ​ຕ່າງໆ​ຢ່າງ​ກວ້າງຂວາງ​ແລ້ວ ​ແລະ​ກໍ​ຖືກ​ນຳ​ໃຊ້​ໃນ​ມື​ຖື​ຢ່າງ​ແຜ່ຫຼາຍ. ຂະນະ​ທີ່​ຂ້າພະ​ເຈົ້າ​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ຄະນະ​ຄົ້ນຄວ້າ​ລະບົບ​ "​ເປີ​ຍ​ໂຕ໋ວ" ກໍ​ສຸດ​ແສນ​ພາກພູມ​ໃຈທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ