ປະ​ທານ​ກິ​ຕິ​ມະ​ສັກ​ສະ​ມາ​ຄົມ​ການ​ຄ້າ​ນັກ​ທຸ​ລະ​ກິດ​ເຊື້ອ​ສາຍ​ຈີນ​ຂອງ​ມຽນ​ມາ​ກ່າວ​ວ່າ: ຈີນ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ທົ່ວ​ໂລກ​ຍ້ອນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-10-23 15:14:57  cri 
ຕາມ​ຂ່າວ CRI: ໃນ​ໂອ​ກາດ​ໃຫ້​ສຳ​ພາດ​​ນັກ​ຂ່າວ CRI ຢູ່​ນະ​ຄອນ​ຢ່າງ​ກຸ້ງ​ປະ​ເທດ​ມຽນ​ມາໃນ​ວັນ​ທີ 21 ຕຸ​ລ​າ​ນີ້, ທ່ານ​ຄີ​ເຊັນ ປະ​ທານ​ກິ​ຕິ​ມະ​ສັກ​ສະ​ມາ​ຄົມ​ການ​ຄ້າ​ນັກ​ທະ​ລຸ​ກິດ​ເຊື້ອ​ສາຍ​ຈີນ​ຂອງ​ມຽນ​ມາ​ກ່າວ​ວ່າ, ​ຕົນ​ໄດ້​ສົນ​ໃຈ​​ຕໍ່ບົດ​ລາຍ​ງານ​ຂອງ​​ສະ​ຫາຍ​ສີ​ຈິ້ນ​ຜີງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ໂດຍ​ສະ​ເພາະ​ຈີນ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ແລະ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ. ໂດຍ​ມີ​ຈຸດ​ໜຶ່ງທ່ານ​ກ່າ​ວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ຈະ​ຊຸກ​ຍູ້​ໃຫ້​ປະ​ເທດ​ອື່ນ​ພັດ​ທະ​ນາ​ຮ່ວມ​ກັນ, ​ແລະຈີນ​ຈະ​ໄດ້​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ທ່ານ​ຄີ​ເຊັນ ໃຫ້​ສຳ​ພາດຫຼັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ບໍ​ລິ​ການ​ການ​​ທະ​ນາ​ຄານ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ປະ​ເທດ​ມຽນ​ມາ​​ແຫ່ງ​ສີ​ຄຳ" ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢ່າງ​ກຸ້ງ. ທ່ານ​ກ່າວ​​ຕື່ມວ່າ, ຕົນ​​ຫາ​ກໍ​ຢ້ຽມ​ຢາມ​ຈີນ​ກ່ອນ​ນີ້​ບໍ່​ດົນ, ແລະ​ໄດ້​ໄປ​ຊົມ​ງານ​ວາງ​ສະ​ແດງຜົນ​ງານ​ຂະ​ໜາດ​ໃຫຍ່ "5 ປີ​ແຫ່ງ​ຜົນ​ສຳ​ເລັດ" ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ​ໂດ​ຍ​ຮູ້​ສຶກວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​​ສະ​ຫາຍສີ​ຈິ້ນ​ຜີງ, ປະ​ເທດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ​ແລະ​ກໍຫວັງ​ວ່າ​ຈີນ​​ຈະກ້າວ​ໜ້າກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ