ປະ​ເທດ​ຈີນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ຈະ​ປະ​ກອບ​ສ່ວນ​ໃໝ່ຕໍ່​​ທົ່ວ​ໂລກ
2017-10-23 17:26:05  cri 
ໃນ​ບົດ​ລາຍ​ງານທີ່ທ່ານ​ສີ​ຈິ້ນ​ຜີງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ​​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຊີ້​ໃຫ້​ເຫັນ​ວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ນີ້​ແມ່ນ​ລະ​ດັບການ​ພັດ​ທະ​ນາ​ທີ່​ເປັນ​ໜ້າ​ປະ​ຫວັດ​ສາດໃໝ່​ຂອງ​ຈີນ. ໂດຍ​ຢືນ​ຢູ່​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່, ຈີນ​ຈະ​​ສົ່ງຜົນ​​ສະ​ທ້ອນ​ແນວ​ໃດ​ຕໍ່​ໂລກ​ໃນ​ອະ​ນາ​ຄົດ? ຕໍ່​ໄປ​ແມ່ນ​ລາຍ​ງານ​ລະ​ອຽດ​ຈາກນັກ​ຂ່າວ CRI:

ໃນ​ເດືອນ​ສິງ​ຫາ​ປີ​ນີ້, Ipsos ເຊິ່ງ​ເປັນ​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ຕະ​ຫຼາດ​ຂອງ​ຝ​ຣັ່ງ​ໄດ້​​ສຳ​ຫຼວດ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ 26 ປະ​ເທດ​ເຊັ່ນ: ຈີນ, ອາ​ເມ​ລິ​ກາ, ອັງ​ກິດ, ຍີ່​ປຸ່ນ​ແລະ​ອື່ນໆ, ​ເຊິ່ງຜົນ​ການ​​ສຳ​ຫຼວດດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ຈີນ​ 87% ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ​ໃນ​ອະ​ນາ​ຄົດ, ເຊິ່ງເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ 26 ປະ​ເທດ​ທີ່​ມີ​ການ​ສຳ​ຫຼວດ.


ທ່ານ​ລູ​ເຈຍ​ນິນ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຕາ​ເວັນ​ອອກ​ໄກ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຣັດ​ເຊຍ​ເຫັນ​ວ່າ, ຈີນ​​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ດິດ​ສ້າງ​ໃໝ່, ການ​ຮ່ວມ​ມື​ສາ​ກົນ​ແລະ​ອື່ນໆ​ເຊິ່ງ​ຜົນ​ສຳ​ເລັດ​ດັ່​ງ​ກ່າວ​ເປັນ​ຜົນ​ພວງ​ມາ​ຈາກ​ການ​ປະ​ຕິ​ບັດ​ຮູບ​ການ​ພັ​ດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ການ​ກຳ​ນົດ​ຍຸດ​ທະ​ສາດ​ແລະ​ແຜນ​ການ​​ໃນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ສ້າງ "​ໂຕ​ແບບ" ສຳ​ຄັນ​ໃຫ້​ແກ່​ປະ​ເທ​ດ​ອື່ນ.

ຮູບ​ແບບທີ່​ປະສົບ​ຜົນສຳ​ເລັດ​ຂອງ​ຈີນ​ ບໍ່​ພຽງ​ແຕ່​​ໄດ້​ເຮັດ​ໃຫ້ປະ​ເທດ​ຈີນ​ເອງ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຮອບດ້ານ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​​ເປັນ​​ໂຕແບບ​ສຳລັບ​ປະຊາຊົນ​ແລະ​ລັດຖະບານ​ປະ​ເທດ​ອື່ນ​ເພື່ອ​ຖອດ​ຖອນ​ບົດຮຽນຈາກຈີນ​ໃນ​ການ​ບັນລຸ​ການ​ພັດທະນາ​​ເສດຖະກິດ​ໃຫ້​​ເປັນ​ທັນ​ສະ​ໄໝ​​ອີກ​ດ້ວຍ".


ນອກ​ນີ້, ​​ໂຕແບບ​ແລະ​ບົດຮຽນ​ຈາກ​ຈີນ ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ຂົງ​ເຂດ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ເຊິ່ງທ່ານ​ຊີມ​ອນ ຄາ​ຢາ ​ໂມ​ໂຢ ລັດຖະມົນຕີ​ສື່​ມວນ​ຊົນ, ຖະ​ແຫຼງຂ່າວ ​ແລະ ການ​ບໍລິການ​ການ​ໂຄສະນາ​ຂ່າວ​ຊິ​ມບາ​ເວ ກໍ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້ ​ໂດຍ​​ໄດ້​ກ່າວ​ວ່າ: "ພວກ​ຂ້າພະ​ເຈົ້າຂໍ​ຍ້ອງ​ຍໍ​ຊົມ​​ເຊີຍຕໍ່​ການ​ເຄື່ອນ​​ໄຫວ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ພັກ​ກອມ​ມູນິດ​ຈີນ. ຂະນະ​ທີ່ຢູ່​ຊິ​ມບາ​ເວ, ພວກ​ຂ້າພະ​ເຈົ້າກໍ​ພວມ​ຕໍ່ສູ້​ກັບ​ປາກົດການ​ສໍ້​ລາດ​ບັງຫຼວງ​ເຊັ່ນ​ດຽວ​ກັນ, ​ແຕ່​ມັນ​ບໍ່​ແມ່ນ​​ເລື່ອງ​ງ່າຍທີ່​ຈະສຳ​ເລັດ. ພວກ​ຂ້າພະ​ເຈົ້າຄວນ​ຮ່ຳຮຽນ​ເອົາ​ບົດຮຽນ​ຕ້ານ​ການ​ສໍ້​ລາດບັງຫຼວງຂອງ​ຈີນ ​ໂດຍ​ສະ​ເພາະ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ພວກ​ຂ້າພະ​ເຈົ້າຄວນ​ຈະ​ຮຽນ​ໄດ້ຫຼາຍບົດຮຽນ​ຂອງ​ຈີນ".

​ໃນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19, ພັກ​ກອມ​ມູນິດ​ຈີນ​ຍັງ​ໄດ້​ກ່າ​ວຢ້ຳທັດສະນະ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ຫາລື​ຮ່ວມ​ກັນ, ​ກໍ່ສ້າງຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ ວາງ​ນະ​ໂຍບາຍ​ຕໍ່​ພາຍ​ນອກ​​ທີ່​ເນັ້ນການ​ດຳ​ເນີນ​ການ​ກໍ່ສ້າງ​ໂດຍ​ການເປີດ​ປະຕູ​ປະ​ເທດ, ຕັ້ງໜ້າ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນໂລກ ​ແລະ ສ້າງ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​ມວນ​ມະນຸດ. ທ່ານ​ໂລຣີ ​ເປຍ​ຊີ ຜູ້​ຊ່ວຍ​ອະທິການ​ບໍດີມະຫາວິທະຍາ​ໄລ​ວາສ​ໃຕ້​​ໃໝ່​ຂອງ​ອົສຕຣາລີ ຊີ້​ໃຫ້​ເຫັນ​ວ່າ: ພະລັງ​ແຮງ​ຈາກ​ຈີນ​ຈະ​ຊຸກ​ດັນ​ປະ​ເທດ​ຕ່າງໆ​ເຂົ້າຮ່ວມຂະ​ບວນການ​ພັດທະນາ​ໂລກາ​ພິວັດ.

"ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທ່ານ​ ສີ​ຈິ້ນ​ຜິງ​ ກ່າວ​ໃນ​ບົດ​ລາຍ​ງານ​ວ່າ: ຈີນ​ຈະຕັ້ງ​ໜ້າ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ທົ່ວໂລກ, ປັດ​ຈຸ​ບັນ​ຂໍ​ພຽງແຕ່​ຜູ້​ນຳ​ຈີນ​ກ່າວ​ເຖິງ​ເສດ​ຖະ​ກິດ​ຈີນ​ແລະ​ທິດ​ທາງການ​ພັດ​ທະ​ນາ​ການ​ເມືອງ​ຂອງ​ຈີນ, ຄົນທົ່ວ​ໂລກ​ກໍ​ຈະ​ຮັບ​ຟັງ. ຈີນ​ພວມ​ເພີ່ມ​ທະ​ວີ​ສິດ​ໃນ​ການ​ອອກ​ຄວາມ​ເຫັນ​ຕໍ່​ວຽກ​ງານ​ສາ​ກົນ​ຂອງ​ຕົນ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງທົ່ວໂລກ."


ທ່ານ​ນາງ ເລຍ​ເດຍ ຊາ​ມາ​ບັກ​ຣ໌​ສ໌ ເຈົ້າ​ໜ້າ​ທີ່​ຜູ້​ຊີ້​ນຳ​ການ​ພົວ​ພັນ​ສາ​ກົນຂອງ​ພັກ​ກອມ​ມູ​ນິດ​ຝະ​ຣັ່ງ​ເຫັນ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ກ້າ​ແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກອີກ​ເທື່ອ​ໜຶ່ງ.


ທ່ານ ດ​ຣ.ດີ​ປັກ ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ບັນ​ຫາ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈາ​ວາ​ຮາ​ລາ ນິ​ຮ໌​ຣູ ປະ​ເທດ​ອິນ​ເດຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ບໍ່​ພຽງ​ແຕ່​ໄດ້​ວາງ​ແຜນ​​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ​ເທົ່າ​ນັ້ນ,ຂະ​ນະ​ດຽວ​ກັນ​ກໍ​ໄດ້​ວາງ​ແຜນ​ການ​ທີ່ລະ​ອຽດ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້​ອີກ​ດ້ວຍ. ຈີນ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະຮັ່ງ​ມີ​ເຂັ້ມ​ແຂງ​ຕື່ມ​ອີກ ກໍຈະ​ນຳ​ເອົາຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ຢູ່​ໃນ​ໂລກ​.


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ