ຈັດ​ພິ​ທີ​ປິດກອງ​ປ​ະ​ຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢູ່​ປັກ​ກິ່ງ
2017-10-24 16:56:50  cri 

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 19 ໄດ້​ຈັດ​ພິ​ທີ​ປິດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້​າ​ວັນ​ທີ 24 ຕຸ​ລາ​ນີ້ຢ່າງ​ມີ​ໄຊ.​ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ. ມີຜູ້​ແທນ​ແລະ​ຜູ້​ຕາງ​ໜ້າ​ພິ​ເສດ 2336 ທ່ານ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​​ກຳ​ມະ​ການ 133 ທ່ານຂອງຄະ​ນະ​ກຳ​ມະ​ການກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງ​ພັກ​​ຊຸດ​ທີ 19. ​ຫຼັງ​ຈາກ​ນັ້ນ, ກອງ​ປະ​ຊຸມ​ໄດ້​ຜ່ານ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 18, ແລະ​ໄດ້​ຜ່ານ​ການ​ຮັບ​ຮອງ​ບົດ​ລາຍ​ງານ​ທີ່​​ສະ​ເ​ໜີໂດຍສະ​ຫາຍ​ສີ​ຈິ້ນ​ຜິງ​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18.

ນອກ​ນີ້, ກອງ​ປະ​ຊຸມຍັງ​ໄດ້​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ "ກົດ​ລະ​ບຽບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ບັບ​​ດັດ​ແກ້", ແລະ​ເຫັນ​ດີ​ນຳກົດ​ລະ​ບຽບ​ດັ່ງ​ກ່າວ​ທີ່​ຈະ​ມີ​​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ມື້​ທີ່ໄດ້​ຜ່ານ​ການ​ຮັບ​ຮອງ​ເປັນ​ຕົ້ນ​ໄປ. ກອງ​ປະ​ຊຸມເຫັນ​ດີກຳ​ນົດ​ເອົາ​ຈັດ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກໃໝ່​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ໃນ​​ທິດ​ຊີ້​ນຳການ​ກະ​ທຳ​ຂອງ​ພັກ​ຮ່ວມ​ກັບ​ລັດ​ທິ​ມາກ​ເລ​ນິນ, ແນວ​ຄິດ​ເໝົາ​ເຈີ​ຕຸ່ງ, ທິດ​ສະ​ດີ​ເຕີ້ງ​ສ້ຽວ​ຜິງ​ແລະ​ແນວ​ຄິດ​ສຳ​ຄັນ​ສາມ​ຕົວ​ແທນສະ​ນະ​ພັດ​ທະ​ນາ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ