ກອງປະຊຸມຄົບຄະນະຄັ້ງທຳອິດຂອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 19 ໄດ້ອັດລົງໃນຕອນເຊົ້າວັນທີ 25 ຕຸລານີ້ຢູ່ນະຄອນຫຼວງປັກກິ່ງ ແລະໄດ້ເລືອກຕັ້ງ ທ່ານສີຈິ້ນຜິງເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນຊຸດທີ 19.
ກອງປະຊຸມຍັງໄດ້ເລືອກຕັ້ງກຳມະການປະຈຳກົມການເມືອງ, ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດທີ 19, ຮັບຮອງຄະນະເລຂາທິການສູນກາງພັກ, ຕົກລົງຮັບຮອງຄະນະກຳມະການການທະຫານສູນກາງພັກ ແລະຮັບຮອງເອົາຜູ້ທີ່ຈະເປັນເລຂາ,ຮອງເລຂາ,ຄະນະປະຈຳຄະນະກຳມະການກວດກາສູນກາງພັກກອມມູນິດຈີນຊຸດທີ 19 ທີ່ເລືອກຕັ້ງໂດຍກອງປະຊຸມຄົບຄະນະຄັ້ງທຳອິດຂອງຄະນະກຳມະການກວດກາດັ່ງກ່າວ.