ທ່ານ​ສີ​ຈິ້ນ​ຜິງ: ​ ພັກ​ກອມ​ມູ​ນິດ​ຈີນ​ຕ້ອງເປັນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ,ຜູ້​ນຳ​ໜ້າຍຸກ​ສະ​ໄໝ​ແລະກະ​ດູກ​ສັນຫຼັງ​ຂອງ​ຊາດຕະຫຼອດ​ໄປ
2017-10-25 14:46:23  cri 
ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ວ່າ: ປີ 2021 ເປັນ​ປີ​ຄົບ​ຮອບ 100 ປີ​ຂອງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​ຕັ້ງ​ອຸ​ດົມ​ການ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ອາ​ຍຸ​ຮ້ອຍ​ປີ​ເປັນ​ໄວ​ດີ​ໄວ​ເຂັ້ມ​ແຂງ, ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຕະຫຼອດ​ໄປ, ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ,ຜູ້​ນຳໜ້າ​​ຍຸກ​ສະ​ໄໝແລະ​ເປັນ​ກະ​ດູກ​ສັນຫຼັງ​ຂອງ​ຊາດ​ຕະຫຼອດ​ໄປ. ທ່ານ​ເນັ້ນ​ວ່າ: ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ເປັນ​ວຽກ​ງານ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ບໍ່​ມີ​​ມື້ຢຸດ​. ຕ້ອງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ເມືອງ​ທີ່​ປອດ​ໃສ​ຂາວ​ສະ​ອາດ, ​ທົ່ວພັກ​ຕ້ອງ​ໄດ້​ເສີ​ມ​ຂະ​ຫຍາຍ​ພະ​ລັງ​ທາງບວກ​ທີ່​ເຂັ້ມ​ແຂງ​ເພື່ອ​ສາ​ມັກ​ຄີ​ແລະທ້​ອນໂຮມ​ກຳ​ລັງທົ່ວ​ສັງ​ຄົມ​ພັດ​ທະ​ນາ​ປະ​ເທດ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ແລະ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ