ຈັດ​ກິດຈະກຳ​ສະຫຼອງວັນອົງການ​ສະຫະ​ປະຊາ​ຊາດຢູ່​ນະຄອນຫຼວງປັກ​ກິ່ງ
2017-10-25 12:15:56  cri 

ຕອນ​ຄ່ຳວັນ​ທີ 24 ຕຸລາ​ນີ້ ​ໄດ້​ຈັດ​ກິດຈະກຳ​ສະຫຼອງວັນ​ອົງການ​ສະຫະ​ປະຊາ​ຊາດ​ປີ 2017 ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍ​ເນັ້ນຫົວ​ຂໍ້ "ດຳ​ເນີນ​ງານ​ເພື່ອ​ບັນລຸ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ".

ທ່ານ​ນີ​ໂຊ​ລັສ ​ໂຣ​ເຊ​ລີ​ນີ ຜູ້​ປະສານ​ງານ​ລະບົບ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຈີນ ປາ​ໄສ​ໃນ​ພິທີ​ວ່າ: ຈະ​ຕ້ອງ​ພະຍາຍາມ​ເພື່ອ​ບັນລຸ​ວາລະ​ 2030 ກ່ຽວ​ກັບການ​ພັດທະນາ​ແບບ​ຍືນ​ຍົງຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ຄວາ​ມຄິດ​ທີ່​ສວຍ​ງາມຈະ​ຕ້ອງ​ຜ່ານ​ການ​ປະຕິບັດ​ຕົວ​ຈິງ​ຈຶ່ງ​ຈະ​ສາມາດ​ບັນລຸ​ຜົນສຳ​ເລັດ​ໄດ້. ຂະນະ​ທີ່​ລັດຖະບານ​ຈີນ​ກໍ​ມີ​ຄວາມພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກຍູ້​ວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​​ແລະກໍ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດຂອງ "ການດຳ​ເນີນ​ງານ​ເພື່ອ​ບັນລຸ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ" ທີ່​ເປັນ​ຫົວ​ຂໍ້​ຂອງກິດຈະກຳ​ເທື່ອ​ນີ້.

ຂະນະ​ທີ່​ທ່ານ​ຫວາງ​ໂຊ້​ວ​ເຫວີ​ນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ກໍ​ໄດ້​ຄົ້ນຄວ້າ​ຫາ​ຊ່ອງ​ທາງເພື່ອ​ບັນລຸ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຈາກ​ແງ່​ມຸມ​ສ່ວນ​ໂຕ ​ໂດຍ​ຊີ້​ວ່າ: ກະຊວງ​ຕົນ​ຈະ​ຮ່ວມ​ກັບ​ລະບົບ​ອົງການ​ສະ​ຫະປະຊາ​ຊາດ​ປະຈຳ​ຈີນ ​ສືບ​ຕໍ່ຊຸກຍູ້​ຄວາມ​ພະຍາຍາມ​ສຸດ​ຂີດ​ເພື່ອ​​ແກ້​ໄຂ​ບັນຫາ​ທຸກ​ຍາກ​ທີ່ຢູ່​ໃນ​ໄລຍະຂັ້ນສຸດ​ທ້າຍ​ແລ້ວ ​​ເຊິ່ງກໍ​ເປັນ​ສ່ວນ​ໜຶ່ງ​ໃນການຈັດຕັ້ງ​ປະຕິບັດ​ຕາມ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ