ຕາມຂ່າວCRI: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ອັດລົງຢູ່ນະຄອນຫຼວງປັກກິ່ງໃນວັນທີ 24 ຕຸລານີ້, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວໄດ້ກ່າວໃນຂະນະທີ່ໃຫ້ສຳພາດຕໍ່ນັກຂ່າວ CRI ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 19 ຢ່າງມີໄຊ. ທ່ານເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ຈະເພີ່ມທະວີການຮ່ວມມືລະຫວ່າງຈີນ-ໂລກໃຫ້ກ້າວເຂົ້າສູ່ລວງເລິກແລະຂຶ້ນສູ່ລະດັບໃໝ່.
ທ່ານນາງ ສູນທອນ ໄຊຍະຈັກ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ແມ່ນເຫດການການເມືອງທີ່ສຳຄັນທີ່ສຸດຂອງພັກແລະປະຊາຊົນຈີນ ທັງແມ່ນຈຸດສຸມທີ່ບັນດາປະເທດໃນໂລກສົນໃຈ. ທ່ານກ່າວວ່າ:
"ພັກກອມູນິດຈີນໄດ້ວາງບັນດາບາດລ້ຽວທີ່ສຳຄັນແລະບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ຈະກາຍເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພັກກອມູນິດຈີນໃນການນຳພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ,ການກຳນົດແນວທາງຕ່າງປະເທດແບບຮອບທິດທີ່ກອງປະຊຸມໃຫຍ່ວາງອອກນັ້ນຈະເຮັດໃຫ້ການພົວພັນຮ່ວມມືລະຫວ່າງພັກກອມູນິດຈີນ, ລັດຖະບານຈີນກໍຄືປະຊາຊົນຈີນກັບໂລກພາຍນອກໄດ້ຮັບການເຊີດຊູແລະເສີມຂະຫຍາຍທາງກວ້າງແລະທາງເລິກ. ສຳຄັນແມ່ນບັນດາປະເທດທີ່ມີການພົວພັນກັບຈີນກໍຈະໄດ້ຮັບການຮ່ວມມືແລະມີການໄປມາຫາສູ່ກັນຫລາຍຂຶ້ນ."
ທ່ານນາງສູນທອນ ໄຊຍະຈັກ ເຄີຍເດີນທາງຢ້ຽມຢາມຫຼາຍແຂວງແລະຕົວເມືອງຂອງຈີນ ໂດຍໄດ້ສຳຜັດຕົວຈິງກັບຜົນສຳເລັດອັນພົ້ນເດັ່ນທີ່ຈີນໄດ້ຮັບໃນການຫຼຸດຜ່ອນຄວາມທຸກຍາກ, ສະກັດກັ້ນການຕ້ານການສໍ້ລາດບັງຫຼວງ ແລະສົ່ງເສີມການປົກຄອງຢ່າງປອດໃສຂາວສະອາດແລະອື່ນໆ. ທ່ານກ່າວວ່າ:"ຂ້າພະເຈົ້າໄດ້ໄປເຫັນຕົວຈິງຢູ່ບາງແຂວງຂອງຈີນໂດຍສະເພາະແມ່ນແຂວງຢຸນນານຂອງຈີນ ຈາກມີຄົນທຸກຍາກ 4 ລ້ານກວ່າຄົນໃນປີຜ່ານມາແລະຮອດປັດຈຸບັນເຫລືອພຽງ 3 ລ້ານຄວ່າຄົນ ຖືວ່າດ້ວຍຈັງຫວະໄວຫລາຍ. ອີກດ້ານໜຶ່ງແມ່ນການນຳພາອັນເດັດດ່ຽວຂອງພັກກອມມູນິດຈີນໃນການຕໍ່ສູ້ຕ້ານກັບປາກົດການຫຍໍ້ທໍ້ໃນສັງຄົມກໍຄືການຕ້ານການສໍ້ລາດບັງຫລວງ, ເຮັດໃຫ້ການກຳອຳນາດຂອງພັກກອມມູນິດຈີນຍິ່ງໄດ້ຮັບການສະໜັບສະໜູນອັນກວ້າງຂວາງຈາກປະຊາຊົນຈີນ. ຄວາມຈິງແລ້ວຜົນສຳເລັດຂອງຈີນໃນ 5 ປີຜ່ານມາໂຕໃດກໍໜ້າເພິ່ງພໍໃຈແລະເປັນບົດຮຽນໃຫ້ແກ່ບັນດາປະເທດໃນໂລກໂດຍສະເພາະແມ່ນປະເທດທີ່ມີເສັ້ນທາງແລະອຸດົມການທີ່ຄືກັນກັບ ສປ ຈີນ."
ທ່ານນາງ ສູນທອນ ໄຊຍະຈັກ ເຫັນວ່າ: ປະຊາຊົນລາວແລະຈີນໄດ້ມີໄມຕີຈິດມິດຕະພາບສືບທອດກັນມາທຸກເຊັ່ນຄົນ, ມີລະບອບການເມືອງແລະເປົ້າໝາຍແຫ່ງການພັດທະນາທີ່ຄ້າຍຄືກັນ,ທັງໝົດເຫຼົ່ານີ້ລ້ວນແຕ່ແມ່ນທ່າແຮງທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງພັກ-ສອງລັດ. ທິດທາງນະໂຍບາຍການຕ່າງປະເທດຂອງຈີນທີ່ສະເໜີໃນບົດລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ຈະຊຸກຍູ້ການພົວພັນລະຫວ່າງສອງພັກ-ສອງລັດລາວແລະຈີນກ້າວຂຶ້ນສູ່ລະດັບໃໝ່. ທ່ານກ່າວວ່າ: "ການພົວພັນບົນພື້ນມະຕິກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ກໍຄືຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ລະຫວ່າງສອງພັກສອງລັດກໍຈະໄດ້ຮັບການເສີມຂະຫຍາຍໃນລະດັບໃໝ່, ຈະມີການສຸກຍູ້ການພົວພັນລະຫວ່າງລາວ-ຈີນ ບົນພື້ນຖານການພົວພັນແບບຄູ່ຮ່ວມມືຍຸດທະສາດຮອດດ້ານໝັ້ນຄົງຍາວນານຕາມທິດ 4 ດີ: ບ້ານໄກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ນໍາມາຜົນປະໂຫຍດນັບມື້ນັບຫຼາຍໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ."