ຈີນມອບ​ເຄື່ອງ​ຈັກ​ຂະ​ໜາດ​ໃຫຍ່​ໃຫ້​ແກ່​ຟີ​ລິບ​ປິນ​ເພື່ອ​ສ້າງ​​ເມືອງ​ມະ​ລາ​ວິ​ຄືນ​ໃໝ່
2017-10-25 13:51:31  cri 
ວັນ​ທີ 24 ຕຸ​ລາ​ນີ້, ທ່ານ​ຈ້າວ​ຈ້ຽນ​ຮວາເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟີ​ລິ​ບ​ປິນ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນມອບ​ເຄື່ອງ​ຈັກ​ຂະ​ໜາດ​ໃຫຍ່​ໃຫ້​ແກ່​ຟີ​ລິບ​ປີນ​ເພື່ອ​ສ້າງ​ສາ​ເມືອງ​ມະ​ລາ​ວິ​ທີ່​ຢູ່ພາກ​ໃຕ້​ຂອງ​ປະ​ເທດ​ດັ່ງ​ກ່າວ​ຄືນ​ໃໝ່​ຫຼັງ​ສົງ​ຄາມ. ເຄື່ອງ​ຈັກ​​ຊຸດ​ນີ້​ໄດ້​ສົ່ງ​ເຖິງ​ເມືອງ​ອີ​ລິ​ກັນ​ແຂວງ​ມິນ​ດາ​ນາວ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 9 ຕຸ​ລາ​ນີ້.

ທ່ານ​ມັກ ວິ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​​ໂຍ​ທາ​ທິ​ການສາ​ທ​າ​ລະ​ນະ​ແລະ​ທາງ​ຫຼວງ​ຟີ​ລິບ​ປິນ​ກ່າວ​ໃນ​ພິ​ທີ​ມອບ​ຮັບ​ດັ່ງ​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​​ເປັນ​ການ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ເມືອງ​ມະ​ລາ​​ວີ​ໃນ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່, ​ເຊິ່ງປະ​ເທດ​ຕົນ​​ຂໍສະ​ແດງ​ຄວາມ​ຂອບ​ອົ​ກ​ຂອບ​ໃຈ​ຈີນແລະ​ຈົດ​ຈຳ​ຕະ​ຫຼອດ​ໄປ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ຈ້າວ​ຈ້ຽນ​ຮ​ວາ​ກ່າວ​ວ່າ, ຈີນມອບ​ເຄື່ອງ​ຈັກ​ຂະ​ໜາດ​ໃຫຍ່ 47 ​ລາຍ​ການ​ໃຫ້​ແກ່​ຟີ​ລິບ​ປີນຄັ້ງ​ນີ້, ແມ່ນ​ເຄື່ອງ​ຈັກ​ຂະ​ໜາດ​ໃຫຍ່​​ຊຸດ​ທຳ​ອິດ​ທີ່​ຟີ​ລິບ​ປີນ​ໄດ້​ຮັບ​ຫຼັງ​ໄດ້​ຮັບ​ໄຊ​ຊະ​ນະສົງ​ຄາມ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​​ຢູ່​ມະ​ລາ​ວີ, ​ແລະເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ດູ​ເຕີ​ເ​ຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ, ມະ​ລາ​ວິ​ຈະ​ສ້າງ​ສາ​ຄືນ​ໃໝ່​ໂດຍ​ໄວ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ