ອາ​ຊຽນ​ເປີດ​ໂທລະສັບ​ສາຍ​ດ່ວນ​ດ້ານ​ປ້ອງ​ກັນປະ​ເທດ
2017-10-25 16:15:10  cri 
ວັນ​ທີ 24 ຕຸລາ​ນີ້, ອາ​ຊຽນປະກາດຢູ່​ຟິລິ​ປິ​ນວ່າ​ຈະ​ເປີດ​​ໂທລະສັບ​ສາຍ​ດ່ວນ​ດ້ານ​ປ້ອງ​ກັນຊາດຢ່າງ​​ເປັນ​ທາງ​ການ ​ເພື່ອ​​ແກ້​ໄຂ​ກໍ​ລະ​ນີກະທັນຫັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດດ້ວຍ​ການ​ສື່ສານໂດຍ​ກົງ​ຢ່າງ​ວ່ອງ​ໄວ.
​​ໃນ​ກອງ​ປະຊຸມ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນປະ​ເທດອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນປະ​ເທ​ດ​ອາ​ຊຽນຄັ້ງ​ທີ 4 ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ​​ແດ​ວຟິນ ​​ໂລ​ເຣນຊາ​ນາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ຟິລິປິ​ນ ທີ່​ເປັນ​ປະ​​​ເທດປະທານ​ໝູນວຽນອາ​ຊຽນນັ້ນ, ທ່ານ​ໄດ້ປະກາດ​ວ່າການ​ເປີດ​ໂທລະສັບສາຍ​ດ່ວນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຊື່ວ່າ "ກົນ​​ໄກ​ສື່ສານ​ຕິດ​ຕໍ່​ພົວພັນ​ໂດຍ​ກົງ​ອາ​ຊຽນ" ຢ່າງ​ເປັນ​ທາງ​ການຄັ້ງ​ນີ້ ມີ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນ​ເຂົ້າຮ່ວມ ​ແລະ​ເປັນ​ສັກຂີ​ພິຍານ.
​ປະ​ເທດ​ບຣູ​ໄນ ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ໃນ​ປີ 2013 ຮຽກ​ຮ້ອງ​ໃຫ້ ສ້າງ​ກົນ​ໄກ​​​ໂທ​ລະ​ສັບ​ສາຍ​ດ່ວນ​ດ້ານ​ປ້ອງກັນປະ​ເທດ​ອາ​ຊຽນ​ເປັນ​​ເທື່ອທຳ​ອິດ ​ໂດຍ​ເຊື່ອ​ວ່າ​ກົນ​ໄກ​ນີ້​ສາມາດ​ກາຍ​ເປັນ​​ເຄື່ອງມື​ທີ່​ສຳຄັນ​ໃນ​ການ​ຊ່ວຍ​ເຫຼືອ​ ​ແລະປ້ອງ​ກັນ​​ເຫດການ​ບັງ​ເອີນທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ