ໄຂ​ກອງ​ປະ​ຊຸມ​ເປີດກວ້າງ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 4
2017-10-25 13:04:24  cri 
    ກອງ​ປະ​ຊຸມ​ເປີດກວ້າງ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 4 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງຄ​ລາກ​ປະ​ເທດ​ຟິ​ລິບ​ປິນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ຕຸ​ລານີ້ ໂດຍ​ມີ​ທ່ານ ຊາງວ້ານ​ຊວນ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເ​ທດ ​ຈີນ ພ້ອມ​ດ້ວຍ​ຜູ້​ນຳ​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ ແລະ 7 ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ​ເຂົ້າ​ຮ່ວມ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ​ ຊາງວ້ານ​ຊວນ ກ່າວ​ວ່າ, ​ຜົນ​ສຳ​ເລັດ​ຂອງການ​​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່. ຈີນ​ຈະ​ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ໃໝ່, ທັດ​​ສະ​ນະ​ໃໝ່ ແລະ ຂໍ້​ລິ​ເລີ່ມ​ໃໝ່​ດ້ານ​ການ​ຕ່າງ​ປະ​ເທດ​ລະ​ບົບ​ໜຶ່ງ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ, ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ ສຸມ​ໃສ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນມ​ະ​ນຸດ. ຂະ​ນະ​ດຽວ​ກັນ, ກອງ​ທັບ​ຈີນ ຈະ​ສືບ​ຕໍ່​ລົງ​ເລິກ​ເສີມ​ຂະ​ຫຍາຍ​ການ​ແລກ​ປ່ຽນ​​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ ກັບ​ກອງ​ທັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ເຊິ່ງ​ລວມ​ທັງ​ປະ​ເທດ​ອາ​ຊີ​ປາ​ຊິ​ຟິກ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ ແລະ ບັນ​ລຸ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ພ້ອມ​ກັນ.

    ກອງ​ປ​ະ​ຊຸມ​ດັ່ງ​ກ່າວ ໄດ້​ໄຂ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ແດວ​ຟິນ ໂລ​ເຣັນ​ຈາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟິ​ລິບ​ປິນ ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ, ຂະ​ນະ​ທີ່​ຜູ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ຕ່າງໆ ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ກໍ​ຄື​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ