ຖະ​ແຫຼງຂ່າວກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​​ປະ​ຖົມ​ມະ​ເລີກ​ຂອງ​ຄະ​ນະ​​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19
2017-10-25 13:23:26  cri 
    ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ຄະ​ນະ​​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ຕຸ​ລາ 2017.

    ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ມີ​ກຳ​ມະ​ການ​ສູນ​ກາງ​ສົມ​ບູນ 204 ທ່ານ ແລະ ກຳ​ມະ​ການ​ສູນ​ກາງ​ສຳ​ຮອງ 172 ທ່ານ, ຂະ​ນະ​ທີ່​ສະ​ມາ​ຊິກ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ກໍ​ໄດ້ເຂົ້າ​ຮ່ວມ​ຮັບ​ຟັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ.
ສະ​ຫາຍ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປ​ະ​ຊຸມ ແລະ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ອີກວາ​ລະໜຶ່ງ.

    ກອງ​ປະ​ຊຸມ​ຄົບ​ຄະ​ນະ​ດັ່ງ​ກ່າວ ໄດ້​ເລືອກ​ຕັ້ງ​ກຳ​ມະ​ການ​ກົມ​ການ​ເມືອງ, ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ ແລະ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ; ​ຮັບ​ຮອງເອົາ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ແລະ ຕົກ​ລົງ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ໂດຍ​ອີງ​ຕາມ​ການ​ສະ​ເໜີ​ຊື່​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ; ໄດ້​ອະ​ນຸ​ມັດ​ເລ​ຂາ​ທິ​ການ, ຮອງ​ເລ​ຂາ​ທິ​ການ ແລະ​ຄະ​ນະ​ປະ​ຈຳທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ປະ​ຖົມ​ມະ​ເລີກຂອງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ເຊິ່ງ​ມີ​ລາຍ​ຊື່​ດັ່ງ​ນີ້:

    ໜຶ່ງ: ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ (ລຽງ​ລຳ​ດັບ​ຕາມ​ຈຳ​ນວນ​ຂີດ​ຂອງ​ໂຕ​ໜັງ​ສື​ນາມ​ສະ​ກຸນ)

    ທ່ານ ຕິ່ງ​ເຊ່​ຊຽງ, ທ່ານ ສີ​ຈິ້ນ​ຜິງ, ທ່ານ ວາງ​ເຊີນ, ທ່ານ ວາງ​ຮູ້​ນິງ, ທ່ານ ລິວ​ເຮີ້, ທ່ານ ສີ​ຊີ​ລ້ຽງ, ທ່ານນາງ ຊຸ່ນ​ຊຸ່ນ​ລານ, ທ່ານ ຫຼີ​ຊີ່, ທ່ານ ຫຼີ​ຊຽງ,ທ່ານ ຫຼີ​ເຄີ້​ສຽງ, ທ່ານ ຫຼີ​ຮົງ​ຈົ່ງ, ທ່ານ ຢາງ​ເຈ​ຊື, ທ່ານ ຢາງ​ສຽວ​ຕູ້, ທ່ານ ວ່າງ​ຢາງ, ທ່ານ ຈ່າງ​ໂຢ້​ເຊຍ, ທ່ານ ເຊີນ​ຊີ່, ທ່ານ ເຊີນ​ຊວນ​ໂກວ, ທ່ານ ເຊີນ​ໝິນ​ເອີ, ທ່ານ ຈ້າວ​ເລີ້​ຈີ້, ທ່ານ ຮູ​ຊຸ່ນ​ຮ​ວາ, ທ່ານ ລີ້​ຈ້ານ​ຊູ່, ທ່ານ ກົ່ວ​ເຊີ່ງ​ຄຸ່ນ, ທ່ານ ຮວງ​ຄຸ່ນ​ມິງ, ທ່ານ ຮັນ​ເຈີ້ງ ແລະທ່ານ ຊ້າຍ​ຊີ

    ສອງ: ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ

    ທ່ານ ສີ​ຈິ້ນ​ຜິງ, ທ່ານ ຫຼີ​ເຄີ້​ສຽງ, ທ່ານ ລີ້​ຈ້ານ​ຊູ່, ທ່ານ ວ່າງ​ຢາງ, ທ່ານ ວາງ​ຮູ້​ນິງ, ທ່ານ ຈ້າວ​ເລີ້​ຈີ້ ແລະ ທ່ານ ຮັນ​ເຈີ້ງ

    ສາມ:  ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ

    ທ່ານ ສີ​ຈິ້ນ​ຜິງ

    ສີ່: ເລ​ຂາ​ທິ​ການ​ສູນ​ກາງ​ພັກ

    ທ່ານ ວາງ​ຮູ້​ນິງ, ທ່ານ ຕິ່ງ​ເຊ່​ຊຽງ, ທ່ານ ຢາງ​ສຽວ​ຕູ້, ທ່ານ ເຊີນ​ຊີ່, ທ່ານ ກົ່ວ​ເຊິ່ງ​ຄຸ່ນ, ທ່ານ ຮວງ​ຄຸ່ນ​ມິງ ແລະທ່ານ ໂຢ​ຊວນ

    ຫ້າ: ປະ​ທານ, ຮອງ​ປະ​ທານ ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ

    ປະ​ທານ: ທ່ານ ສີ​ຈິ້ນ​ຜິງ

    ຮອງ​ປະ​ທານ: ທ່ານ ສີ​ຊີ​ລ້ຽງ ແລະທ່ານ ຈ່າງ​ໂຢ້​ເຊຍ

    ກຳ​ມະ​ການ: ທ່ານ ເວີ້ຍ​ເຟີ້ງ​ເຮີ, ທ່ານ ຫຼີ​ໂຈ້​ເຊີງ, ທ່ານ ມຽວ​ຮ​ວາ ແລະທ່ານ ຈ່າງ​ເຊິ່ງ​ມິນ

    ຫົກ: ເລ​ຂາ​ທິ​ການ, ຮອງ​ເລ​ຂາ​ທິ​ການ ແລະ​ສະ​ມາ​ຊິກ​ປະ​ຈຳ

    ເລ​ຂາ​ທິ​ການ: ທ່ານ ຈ້າວ​ເລີ້​ຈີ້

    ຮອງ​ເລ​ຂາ​ທິ​ການ: ທ່ານ ຢາງ​ສຽວ​ຕູ້, ທ່ານ ຈ່າງ​ເຊິ່ງ​ມິນ, ທ່ານ ລິວ​ຈິ່ນ​ໂກວ, ທ່ານ ຢາງ​ສຽວ​ຊ່າວ, ທ່ານ ຫຼີ​ຊູ່​ເຫຼີຍ, ທ່ານ ຊີ​ລີ້ງຢີ້, ທ່ານ ຊ່ຽວ​ເພີຍ ແລະທ່ານ  ເຊີນ​ສຽວ​ຈ່ຽງ

    ສະ​ມາ​ຊິກ​ປະ​ຈຳ (ລຽງລຳ​ດັບ​ຕາມ​ຈຳ​ນວນ​ຂີດ​ຂອງ​ໂຕ​ໜັງ​ສື​ນາມ​ສະ​ກຸນ)

    ທ່ານ ວາງ​ຮົງ​ຈິ່ນ, ທ່ານ ປາຍ​ຊ້າວ​ຄ່າງ, ທ່ານ ລິວ​ຈິ່ນ​ໂກວ, ທ່ານ ຫຼີ​ຊູ່​ເຫຼີຍ, ທ່ານ ຢາງ​ສຽວ​ຊ່າວ, ທ່ານ ຢາງ​ສຽວ​ຕູ້, ທ່ານ ຊ່ຽວ​ເພີຍ, ທ່ານນາງ ໂຈ່​ເຈ່ຍ​ຢີ, ທ່ານ ຈ່າງ​ເຊິ່ງ​ມິນ, ທ່ານ ຈ່າງ​ຊຸ່ນ​ເຊີ່ງ, ທ່ານ ເຊີນ​ສຽວ​ຈ່ຽງ, ທ່ານ ເຊີນ​ຊ່າວ​ຢິ່ງ, ທ່ານ ຈ້າວ​ເລີ້​ຈີ້, ທ່ານ ໂຮ​ໄຂ, ທ່ານ ຈ່ຽງ​ຊີ້ນ​ຈື້, ທ່ານ ໂລ້ຢວນ, ທ່ານ ຊີ​ລີ້ງຢີ້, ທ່ານ ລິງ​ຈີ່ ແລະທ່ານ ຊຸ່ຍ​ເພີງ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ