ລັດ​ຖະ​ບານ​​ກຳ​ປູ​ເຈຍສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ນຳ​ໃຊ້​ເງິນຢວນ​ຈີນ
2017-10-25 13:26:04  cri 
    ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ ແລະ ທະ​ນາ​ຄານ​ແຫ່ງ​ຊາດ​ກຳ​ປູ​ເຈຍ ໄດ້​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື "ການ​ຄ້າ​ແລະ​ການ​ລົງ​ທຶນ​ຂ້າມ​ຊາດ​ຂອງ​ເງິນຢວນ​ ແລະ​ເງິນ​ຣຽວ" ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 24 ຕຸ​ລານີ້.
ໂອ​ກາດ​ດັ່ງ​ກ່າວ, ທ່ານ​ນາງ ນີ ຈັນ​ທະ​ນາ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ຊາດ​ກຳ​ປູ​ເຈ​ເຍ ກ່າວ​ວ່າ, ລັດ​ຖະ​ບານ​ປະ​ເທດ​ຕົນ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ນຳ​ໃຊ້​ເງິນຢວນ​ຈີນ​ໃນ​ການ​ຄ້າ​ຂາຍ ໂດຍ​ສະ​ເພາະ​ຢູ່​ຂະ​ແໜງ​ການ​ກິນ​ດື່ມ​ແລະ​ໂຮງ​ແຮມ ເຊິ່ງ​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນຫຼາຍ​ຂຶ້ນ​.

    ທ່ານ​ນາງ ທາວ​ເນິງ​ຮົງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ກົມ​ທຸ​ລະ​ກິດ​ສາ​ກົນ​ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ ກ່າວ​ວ່າ, ການ​ແລກ​ປ່ຽນ​ເງິນ​ຕາ​​ລະ​ຫວ່າງສອງ​ປະ​ເທດ​ກຳ​ປູ​ເຈ​ຍ-ຈີນ​ໂດຍ​ກົງ ຈະ​ຊ່ວຍ​ໃຫ້​ຄວາມ​ເປັນ​ຕົນ​ໂຕ​ຂອງ​ຕະຫຼາດ ຫຼີກ​ຄວາມ​ສ່ຽງ​ດ້ານ​ອັດ​ຕາ​ແລກ​ປ່ຽນ ແລະ ຫຼຸດ​ຕົ້ນ​ທຶນ​ຄ້າ​ຂາຍ​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ