ຈັດພິທີ​ຖະ​ແຫຼງຂ່າວຕີ​ຄວາມ​ໝາຍບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19 ຂຶ້ນຢູ່​ປັກ​ກິ່ງ
2017-10-26 18:22:23  cri 
​ໂຄສົກ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ສະ​ເພາະ​ຢູ່​ສູນ​ຖະ​ແຫຼງຂ່າວ​ກອງ​ປະຊຸມ​ມີ​ເດຍ​ໃນ​ຕອນ​ເຊົ້າວັນ​ທີ 26 ຕຸລາ​ນີ້ ​ໂດຍ​ໄດ້​ເຊີນ​ຜູ້​ຮັບຜິດຊອບທີ່​ກ່ຽວຂ້ອງ​ມາຕີ​ຄວາມ​ໝາຍ​ບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19.​ໃນ​ພິທີ​ຖະ​ແຫຼງຂ່າວ, ທ່ານ​ຫວາງ​ສຽວ​ຮຸ່ຍ ຮອງ​ຫົວໜ້າ​ຫ້ອງການ​ສຶກສາຄົ້ນຄວ້າ​ນະ​ໂຍບາຍ​ສູນ​ກາງ​ຜູ້ປະຈຳການ ທັງ​ເປັນ​ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ຊີ້​ວ່າ: ນັບ​ແຕ່​ກອງ​ປະຊຸມ​ຂອງ​ພັກ​ຄັ້ງທີ 18 ​ເປັນຕົ້ນມາ, ພວກ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ​ລັກສະນະ​ປະຫວັດສາດ​ຢ່າງຫຼວງຫຼາຍ ​​ເຊິ່ງຜົນສຳ​ເລັດຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງກໍ​ຄື ພັກ​ກອມ​ມູນິດ​ຈີນຜ່ານ​ການຄົ້ນຄວ້າຢ່າງ​ລຳ​ບາກ​ກາກ​ກຳ​ແລ້ວ​ໄດ້​ສ້າງ​ແນວ​ຄິດສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​​ຍຸກ​ໃໝ່ ​​ໂດຍ​ບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19 ​ແລະ ກົດ​ລະບຽບ​ພັກສະບັບ​ປັບປຸງ​ທີ່​ຜ່ານ​ຮັບຮອງ​ໃນ​ກອງ​ປະຊຸມ ກໍ​ໄດ້ກຳນົດ​ເອົາ​ແນວ​ຄິດ​ດັ່ງກ່າວ​ເປັນ​ເຂັມທິດ​ການ​ເຄື່ອນ​ໄຫວ​ຂອງ​ພັກ ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຈຸດ​ໜຶ່ງຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19 ​ແລະ​ ​ເປັນ​ການ​ປະ​ກອບ​ສ່ວນທີ່​ສຳຄັນ​ຄັ້ງປະຫວັດສາດ.

ທ່ານ​ຢາງ​ເວີຍ​ມິນ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ໜ່ວຍ​​ນຳ​ພາວຽກ​ງານ​ການ​ເງິນ​​ເສດ​ຖະ​ກິດສູນ​ກາງ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສະ​ເໜີ​​ແຜນ​ຍຸດ​ທະ​ສາດ​ຢ່າງ​ຈະ​ແຈ້ງວ່າ​, ການ​ກໍ່​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຮອບ​ດ້ານ​ຈະ​ແບ່ງ​ເປັນ​ສອງ​ບາດ​ກ້າວ. ຄວາມ​ໝາຍ​ "ສອງ​ບາດ​ກ້າວ" ດັ່ງ​ກ່າວ​ກໍ​ຄື: ອັນ​ທີ​ໜຶ່ງ​ໄດ້​ກຳ​ນົດ​ຕາ​ຕະ​ລ່າງ​ເວ​ລາແລະ​ເສັ້ນ​ທາງ​ທີ່​ສ້າງ​ວ່າ​ດ້ວຍ​ການ​ສັງ​ຄົມ​ນິ​ຍົມ​ທີ່​ທັ​ນ​ສະ​ໄໝ​ຂອງ​, ອັນ​ທີ​ສອງ​ແມ່ນ​ປັບ​ປຸງ​ເວ​ລາ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັ​ນ​ສະ​ໄໝ​​ກ່ອນ​ກຳ​ນົດ 15 ປີ. ອັນ​ທີ​ສາມ​ແມ່ນ​ການ​ບັນ​ລະ​ຍາຍ​ເປົ້າ​ໝາຍ​ວັນ​ປະ​ຫວັດ​ສາດ​ຄົບ​ຮອບ​ຮ້ອຍ​ປີ​​ທີ 2 ໃຫ້​ສົມ​ບູນກວ່າ​ເກົ່າ, ອັນ​ທີ່​ສີ່​ແມ່ນ​ບໍ່​ເວົ້າ​ເຖິງ​ເປົ້າ​ໝາຍ​ທີ່ເຮັດ​ໃຫ້ GDP ເພີ່ມ​ຂຶ້ນ​ເທົ່າໆ​.

ທ່ານ ຈ່ຽງ​ຈິ່ນ​ສວນ ຫົວ​ໜ້າ​ໜ່ວຍກວດ​ກາຂອງ​ຄະ​ນະ​ກວດ​​ກາ​​ສູນ​ກາງ​ພັກ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຄະ​ນະ​ລັດ​ຖະ​ບ​ານ​ ແລະ ກຳ​ມະ​ການ​ຄະ​ນະ​ພັກ​ຂອງຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈີນ​ໄດ້​ຊີ້​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ: ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ຈັດ​ເອົາການ​ກໍ່​ສ້າງການ​ເມືອງ​ຂອງ​ພັກ​ເຂົ້າ​ໃນ​ການ​ແຜນ​ລວມ​ການ​​ກໍ່ສ້າງ​​ພັກ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ໄດ້​ເນັ້ນ​ຖື​ການກໍ່​ສ້າງ​ການ​ເມືອງ​ຂອງ​ພັກ​ເປັນ​ທິດ​ນຳ. ນີ້​ແມ່ນ​ການ​ປະ​ດິດ​ສ້າງ​ໃໝ່​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່​ໃນ​ດ້ານ​ທິດ​ສະ​ດີ​ກໍ່​ສ້າງ​ພັກ​ຂອງ​ລັດ​ທິ​ມາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ