ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ອັດລົງແລ້ວໃນວັນທີ 24 ຕຸລານີ້ ຢູ່ນະຄອນຫຼວງປັກກິ່ງ. ໃນກອງປະຊຸມດັ່ງກ່າວ ໄດ້ເຫັນດີເປັນເອກະພາບກັນບັນທຶກແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ເຂົ້າໃນກົດລະບຽບຂອງພັກ ທັງຮຽກຮ້ອງໃຫ້ທົ່ວພັກເພີ່ມຄວາມຕື່ນຕົວແລະຄວາມເດັດດ່ຽວໜຽວແໜ້ນໃນການຮ່ຳຮຽນແລະຜັນຂະຫຍາຍແນວຄິດດັ່ງກ່າວເຂົ້າໃນຂະບວນການສ້າງສາປະເທດ ແລະ ການກໍ່ສ້າງພັກໃນອະນາຄົດ. ມີບຸກຄົນຊົງອິດທິພົນ ຊີ້ວ່າ: ໃນເງື່ອນໄຂທີ່ຈີນພັດທະນາກ້າວເຂົ້າສູ່ຍຸກໃໝ່, ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ໄດ້ຕອບຫົວຂໍ້ຍຸກສະໄໝທີ່ສຳຄັນ ຄື ພັກກອມມູນິດຈີນຈະເຮັດແນວໃດເພື່ອຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢ່າງເປັນລະບົບ ທັງໄດ້ເປີດໜ້າປະຫວັດສາດໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນອີກ.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ທີ່ຫາກໍສິ້ນສຸດລົງ, ພັກກອມມູນິດຈີນທີ່ເປັນພັກກຳອຳນາດໄດ້ມີຂໍ້ສະຫຼຸບການເມືອງສຳຄັນກ່ຽວກັບຄວາມຂັດແຍ້ງຕົ້ນຕໍຂອງສັງຄົມຈີນໄດ້ປ່ຽນແປງແລ້ວ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່, ກອງປະຊຸມເປັນເອກະພາບເຫັນດີບັນທຶກແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ສະເໜີໂດຍທ່ານສີຈິ້ນຜິງເຂົ້າໃນກົດລະບຽບພັກເພື່ອກຳນົດເປັນທິດຊີ້ນຳຂອງພັກຮ່ວມກັບລັດທິມາກເລນິນ, ແນວຄິດເໝົາເຈີ້ຕຸ່ງ, ທິດສະດີເຕີ້ງສຽງຜີງແລະແນວຄິດສຳຄັນ "ສາມຕົວແທນ" ແລະທັດສະນະພັດທະນາຕາມຫຼັກວິທະຍາສາດ. ສຳລັບການປ່ຽນແປງໃຫຍ່ດັ່ງກ່າວ, ທ່ານຫວາງສ້ຽວຮຸ່ຍ, ຮອງຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງຜູ້ປະຈຳການເຫັນວ່າ, ຍຸກໃໝ່ມີຫົວຂໍ້ໃໝ່, ຫົວຂໍ້ໃໝ່ພາໃຫ້ເກີດທິດສະດີໃໝ່. ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ສະເໜີໂດຍທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບທີ່ມີການປະດິດສ້າງກ່ຽວກັບການທີ່ຈະຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແນວໃດໃນຍຸກໃໝ່ແລະເຮັດແນວໃດຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງປະດິດສ້າງໃໝ່.
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ການກຳອຳນາດຂອງພັກກອມມູນິດຈີນໄດ້ຜ່ານຜ່າເວລາ 5 ປີທີ່ບໍ່ແມ່ນທຳມະດາ: ໄດ້ວາງມາດຕະການປະຕິຮູບ 1.500ກວ່າປະການຕາມລຳດັບ, ໄດ້ສຸມໃສ່ການປະຕິຮູບຢ່າງຮອບດ້ານ,ບັນລຸການບຸກທະລຸໃນຫຼາຍດ້ານ. ຈາກສະພາບທີ່ເສດຖະກິດໂລກຟື້ນຕົວອ່ອນເພຍ, ບັນຫາທົ່ວໂລກພົ້ນເດັ່ນຂຶ້ນ, ຈີນບໍ່ພຽງແຕ່ໄດ້ຜ່ານການທົດສອບຕ່າງໆເທົ່ານັ້ນ,ຍັງໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນອີກດ້ວຍ. ສາເຫດຕົ້ນຕໍແມ່ນຍ້ອນ,ຜູ້ນຳພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງເປັນຜູ້ແທນທີ່ກ້າວໜ້າໄປຕາມການພັດທະນາຂອງຍຸກສະໄໝ,ໄດ້ສ້າງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.
ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ກຳນົດແນວຄິດຊີ້ນຳຂອງພັກໃນຍຸກໃໝ່,ທັງໄດ້ສະເໜີພາລະກຳປະຫວັດສາດແລະຄວາມຕ້ອງການໃໝ່ໃນການກໍ່ສ້າງພັກຂອງພັກກອມມູນິດຈີນໃນຍຸກໃໝ່. ທ່ານຈ່ຽງຈິ່ນສວນຫົວໜ້າໜ່ວຍກວດກາຂອງຄະນະກວດກາສູນກາງພັກປະຈຳຄະນະກຳມະການຕິດຕາມຄຸ້ມຄອງຊັບສິນແຫ່ງລັດຄະນະລັດຖະບານ ແລະ ກຳມະການຄະນະພັກຂອງຄະນະກຳມະການຕິດຕາມຄຸ້ມຄອງຊັບສິນແຫ່ງລັດຈີນເຫັນວ່າ, ການກໍ່ສ້າງພັກກອມມູນິດຈີນໃນອະນາຄົດຈະຖືການກໍ່ສ້າງການເມືອງຂອງພັກເປັນທິດນຳເພີ່ມທະວີການຄຸ້ມຄອງພັກຢ່າງເຂັ້ມງວດແລະຮອບດ້ານຕື່ມອີກ.