ວັນທີ 25 ຕຸລານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງສປປລາວໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 19.
ເນື່ອງໃນໂອກາດທີ່ສະຫາຍສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ອີກສະໄໝໜຶ່ງ,ໃນນາມ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ສະຫາຍບຸນຍັງວໍລະຈິດໄດ້ສົ່ງຄວາມຊົມເຊີຍຖານສະຫາຍອ້າຍນ້ອງ ແລະ ອວຍພອນໄຊອັນປະເສີດມາຍັງສະຫາຍສີຈິ້ນຜິງ ແລະ ຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ 19.
ສະຫາຍບຸນຍັງວໍລະຈິດຢືນຢັນວ່າ: ການທີ່ສະຫາຍສີຈິ້ນຜິງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງສູງສຸດຂອງພັກກອມມູນິດຈີນອີກສະໄໝໜຶ່ງໃນກອງປະຊຸມໃຫຍ່ຄັ້ງທີ 19ຂອງພັກກອມມູນິດຈີນ ເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງເຕັມປ່ຽມຂອງທົ່ວພັກ,ທົ່ວລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ສະຫາຍ ໃນຖານະເປັນຜູ້ນຳທີ່ປ່ຽມລົ້ນໄປດ້ວຍປະສົບການ ແລະຜົນງານອັນໂດດເດັ່ນ ໃນການຊີ້ນຳ-ນຳພາຂອງພັກ-ລັດ ແລະ ປະຊາຊົນຈີນ ອ້າຍນ້ອງໃນພາລະກິດສ້າງສາພັດທະນາປະເທດຈີນ ຕະຫຼອດໄລຍະທີ່ຜ່ານມາ.
ສະຫາຍບຸນຍັງວໍລະຈິດຊີ້ໃຫ້ເຫັນວ່າ: ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ18ຂອງພັກ ເປັນຕົ້ນມາ, ສະຫາຍ ຮ່ວມກັບສູນກາງພັກກອມມູນິດຈີນ ໄດ້ນຳພາພາລະກິດສ້າງສາປະເທດຈີນ ດ້ວຍທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ - ບໍລິຫານປະເທດໃຫ້ມີຄວາມເຂັ້ມແຂງຮອບດ້ານ ຊຶ່ງໄດ້ເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ,ຮອບດ້ານ,ມີລັກສະນະປະຫວັດສາດ ແລະ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍຍຸດທະສາດ 4 ຮອບດ້ານ, ເປົ້າໝາຍສູ້ຊົນ "ສອງວັນປະຫວັດສາດຄົບຮອບ 100 ປີ" ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງສິວິໄລຂອງເຊື້ອຊາດຈີນ, ສ້າງສັງຄົມອີ່ມໜຳສຳລານຮອບດ້ານຢູ່ ສປ ຈີນ, ລະບົບການເມືອງຂອງ ສປ ຈີນ ສືບຕໍ່ມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດມີຄວາມເຂັ້ມແຂງ, ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວໄວ ດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ນັບມື້ນັບດີຂຶ້ນເລື້ອຍໆ;ຍຸດທະສາດ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ສະຫາຍສີຈິ້ນຜິງໄດ້ລິເລີ່ມນັ້ນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະເທດຕ່າງໆໃນໂລກ ແລະ ພວມເກີດມີບັນດາກົນໄກຮ່ວມມືໃນພາກພື້ນຕ່າງໆຢ່າງເປັນຮູບປະທຳ ໃນນັ້ນ ລວມທັງການຮ່ວມມືຕົວຈິງ ລະຫວ່າງ ສປປ ລາວ ແລະ ສປ ຈີນ.
ສະຫາຍບຸນຍັງວໍລະຈິດຢືນຢັນໂດຍເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳໆພາຂອງພັກກອມມູນິດຈີນ ທີ່ມີສະຫາຍສີຈິ້ນຜິງ ເປັນແກນນຳນັ້ນ, ປະຊາຊົນຈີນ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 19ຂອງພັກກອມມູນິດຈີນ ເພື່ອສ້າງສັງຄົມ ອີ່ມໜຳສຳລານຮອບດ້ານ ແລະ ບັນລຸຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງສິວິໄລຂອງເຊື້ອຊາດຈີນ ໃຫ້ປາກົດຜົນເປັນຈິງ, ເພີ່ມທະວີບົດບາດອັນສູງເດັ່ນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ສະຫາຍບຸນຍັງວໍລະຈິດໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ - ຈີນ ຈົ່ງໄດ້ຮັບການເສີມຂະຫຍາຍ, ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄປ.