ປະ​ທານສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ​ຈີນ​ຊີ້: ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂລກ
2017-10-26 17:13:57  cri 


ຕາມ​ຂ່າວ CRI: ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້​ງ​ທີ 19 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ຢ່າງ​ຈົບ​ງາມ. ​ແລະໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ​ໃນ​ວັນ​ທີ 25 ຕຸ​ລາ​ນີ້, ທ່ານສີຄູນ ບຸນວິໄລ ​ປະ​ທານ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ​-ຈີນ​ກ່າວ​ວ່າ, ການ​ທີ່ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ, ກໍ​ຍ້ອນ​ວ່າ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂລກ, ​ແລະປັດ​ຈຸ​ບັນ, ປະ​ເທດ​ລາວ​ກໍ​ພວມ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຈາ​ກ​ການ​ພັດ​ທະ​ນາ​ຂອງ​ຈີນ. ຕໍ່​ໄປ​​ເຊີນ​ຮັບ​ຟັງ​ການ​ລາຍ​ງານ​ລະ​ອຽດ​ຂອງ​ນັກ​ຂ່າວ.

ທ່ານສີຄູນ ບຸນວິໄລ ໄດ້​ສຸມ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ລາວ-ຈີນ​ເປັນ​ໄລ​ຍະ​ຍາວ, ທ່ານ​ໄດ້​ພິມ​ປຶ້ມ 4 ຫົວ​ທີ່​ບັນ​ທຶກ​ການ​ໄປ​ມາ​ຫາ​ສູ່​ກັນດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ເຊັ່ນ: "​ຜົນ​ງານການ​ຮ່ວມ​ມື​ລາວ-ຈີນ" "ມິດ​ຕະ​ພາບ​ລາວ​ຈີນ​ໝັ້ນ​ຍືນ" ແລະ​ອື່ນໆ, ທ່ານ​ຮູ້​ຈີນ​ຢ່າງ​ເລິກ​ເຊິ່ງ. ​ໂດຍທ່ານ​ໄດ້​ກ່າວ​ວ່າ, ໃນ 5 ປີ​ຜ່ານ​ມາ, ຜົນ​ງານ​ທີ່​ຈີນ​ໄດ້​ຮັບ​ສາ​ມາດ​ເຫັນ​ໄດ້​ແລະ​ຮູ້​ສຶກ​ໄດ້, ​ດັ່ງເສດ​ຖະ​ກິດ​ຈີນ​ໄດ້​ເຕີບ​ໂຕ​​ກວມອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ 30% ຂຶ້ນ​ໄປ, ຈາກນີ້​ຍັງເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ເອົາ​ໃຈ​ໃສ່​​ສູງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 19 , ແລະ​ສົນ​ໃຈຕໍ່​ທິດ​ທາງ​​ການພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ. ທ່ານ​ກ່າວ​ວ່າ: "ໃນກອງປະຊຸມໄດ້ມີບົດລາຍງານການເມືອງເຊິ່ງໄດ້ວາງທິດທາງພັດທະນາເສດຖະກິດ-ສັງຄົມ ແລະ ຄິດວ່າການເຕີບໂຕຂອງເສດຖະກິດຈີນຈະສົ່ງຜົນສະທ້ອນຕໍ່ຫລາຍປະເທດໃນໂລກ,ເຮັດໃຫ້ປະເທດຕ່າງໆໄດ້ຮັບຜົນປະໂຫຍດຫລືວ່າໄດ້ຮັບຜົນອານິສົງຈາກນະໂຍບາຍເສດຖະກິດແລະການຂະຫຍາຍໂຕເສດຖະກິດຂອງຈີນ, ນີ້ມີຜົນສະທ້ອນດີຕໍ່ໂລກ."

ທ່ານ ສີ​ຄູນ ບຸນ​ວິ​ໄລ ກ່າວ​ວ່າ: ການ​ເມືອງ​ຂອງ​ຈີນ​ມີ​ສະ​ຖຽນ​ລະ​ພາບ, ສັງ​ຄົມ​ມີ​ຄວາມ​ກົມ​ກຽວ​ກັນ, ຜົນ​ສຳ​ເລັດ​ທີ່​ຈີນໄດ້​ຮັບໃນ​ຂົງ​ເຂດ​ຕ່າງໆ​ທີ່​ເປັນ​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຊາວໂລກ. ນອກ​ນີ້, ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ເຮັດ​ໃຫ້​ຕົນ​ຮູ້​ສຶກ​ປະ​ທັບ​ໃຈກວ່າ​ໝູ່. ທ່ານ​ກ່າວ​ວ່າ:
"ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ສະເລ່ຍແລ້ວ ຢູ່ຈີນ ແຕ່ລະ 3 ວິນາທີໃດ ກໍ່ມີຄົນໜຶ່ງກ້າວກ່າຍເສັ້ນທຸກຍາກ, ນີ້ບໍ່ແມ່ນເລື່ອງງ່າຍ,ຖືວ່າເປັນຜົນງານເດັ່ນທີ່ໜ້າປະທັບໃຈ, ຈີນຍັງວາງແຜນຮອດປີ 2020 ຈະລົບລ້າງຄວາມທຸກຍາກໃນຈຳນວນເຫລືອ 24 ລ້ານຄົນ, ເຊິ່ງເປັນຜົນງານທີ່ທົ່ວໂລກຍອມຮັບໂດຍສະເພາະປະເທດລາວຍັງມີຄົນທຸກຍາກບ້ານທຸກຍາກ ແລະ ຕ້ອງໄດ້ສຶກສາແລະຖອດຖອນບົດຮຽນນຳປະເທດຈີນ."

ທ່ານ ສີ​ຄູນ ບຸນ​ວິ​ໄລ ຍັງ​ໄດ້​ຕີ​ລາ​ຄາສູງ​ຕໍໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງເສັ້ນ​ທາງ" ທີ່​ຈີນ​ສະ​ເໜີ​ ໂດຍທ່ານ​ກ່າວ​ວ່າ: ຜູ້​ນຳ​ລາວ​ພວມ​ຊຸກ​ຍູ້​ຍຸດ​ທະ​ສາດ​​ການ​ພັດ​ທະ​ນາ​ປະ​ເທດ​ຕົນຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ໃຈ​ກາງ​ບໍ​ລິ​ການ​ທາງ​ຜ່ານ​ໃຫ້​ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ. ທ່ານ​ກ່າວ​ວ່າ:"ໂດຍສະເພາະລາວກໍ່ຈະໄດ້ຮັບຜົນປະໂຫຍດເຊັ່ນ: ເສັ້ນທາງລົດໄຟຄວາມໄວສູງ, ໃນແຖວນີ້ແມ່ນ ສປປ ລາວ ບຸກທະລຸກ່ອນໜູ່, ນອກນັ້ນ, ຍັງຈະມີທາງດ່ວນ ແລະ ອື່ນໆ ປະຈຸບັນມີທາງບົກມີເສັ້ນທາງເຊື່ອມໂຍງຄຸນໝິງ, ບາງກອກ ແລະ ສິງກະໂປ. ລາວໄດ້ຮັບຜົນປະໂຫຍດທາງກົງແລະທາງອ້ອມ ເຮັດໃຫ້ລາວສາມາດເຊື່ອມຈອດກັບພູມີພາກແລະອອກສູ່ທະເລໄດ້, ນີ້ມີຄວາມສຳຄັນໃນການພັດທະນານຳຜົນປະໂຫຍດຢ່າງໃຫຍ່ຫຼວງມາສູ່ການພັດທະນາຂອງລາວເຮົາ. ນະໂຍບາຍນີ້ບໍ່ພຽງແຕ່ລາວເທົ່ານັ້ນຕອບສະໜອງ, ທົ່ວໂລກກໍ່ຕອບສະໜອງແລະຈະໄດ້ຮັບຜົນປະໂຫຍດ."

ທ່ານ ສີ​ຄູນ ບຸນ​ວິ​ໄລ ກ່າວ​ວ່າ: ທັດ​ສະ​ນະ​ຄະ​ຕິ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ລາວ​ແລະ​ຈີນ​ມີ​ຄວາມ​ຄ້າຍ​ຄື​ກັນ, ແມ່ນ​ຄູ່​ຮ່ວມ​ຊະຕາ​ກຳ​ທີ່​ມີ​ຄວາມ​ໝາຍ​​ທາງ​ຍຸດ​ທະສາດ, ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19​ ກໍ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້ປະ​ເທດ​ລາວເຊັ່ນ​ກັນ. ທ່ານ​ກ່າວ​ວ່າ:
"ຜ່ານມາເຫັນໄດ້ວ່າ, ຜົນອານິສົງຈາກນະໂຍບາຍກໍຄືການພັດທະນາຂອງຈີນ ໄດ້ປະກອບສ່ວນຢ່າງຫຼວງຫຼາຍໃນການພັດທະນາຂອງ ສປປ ລາວ, ເປັນຕົ້ນໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ ແລະ ອື່ນໆ. ພວກເຮົາຕ້ອງຮັບເອົາການພັດທະນາຂອງຈີນ ນີ້ມີຜົນດີຕໍ່ພວກເຮົາເອງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ