​ເມືອງ​​ເສີງ​ຕູ​ກາຍ​ເປັນ​ເມືອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ເປີດ​ປະຕູສູ່​ເອີຣົບ
2017-10-26 16:29:21  cri 
ວັນ​ທີ 25 ຕຸລາ​ນີ້, ​ຫຼັງ​ເປີດ​ສາກ​ຂອງກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​​ວິທະຍາສາດເຕັກນິກ​ການ​ຄ້າ​ການ​ລົງທຶນຈີນ-​ເອີຣົບຄັ້ງ​ທີ 12 ​ໄດ້ມີ 17 ອົງການ​ເອີຣົບ​ ເປັນ​ຕົ້ນ: ສະຫະພັນການ​ຄ້າ ​ແລະ​ການ​ປະດິ​ດສ້າງ​ໃໝ່​ເອີຣົບ ​ແລະ​ອື່ນໆ ໄດ້​​ເຊັນ​ສັນຍາ​ກັບ​ເຂດ​ນິຄົມ​ອຸດສາ​ຫະກຳ​ເຕັກນິກ​ສູງ​​ໃໝ່​ເມືອງ​ເສີງ​ຕູ່ ເຊິ່ງຈະ​ເຂົ້າ​ປະຈຳ​ຢູ່ "ສູນ​ຈີນ-​ເອີຣົບ" ​ຢູ່ເຂດ​ດັ່ງກ່າວ.

​ເດືອນ​ພຶດສະພາ​ປີ 2017 ນີ້, "ສູນ​ຈີນ-​ເອີ​ຣົບ"​ ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ ​ເຊິ່ງປະກອບດ້ວຍ 6 ພາກ​ສ່ວນ ຄື: ​ສູນ​ການ​ຄ້າ​ເຕັກນິກ​ຈີນ-​ເອີຣົບ, ສູນ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​​ຂະໜາດກາງ ​ແລະ​ນ້ອຍ​ເອີຣົບ, ​ສຳນັກງານ​ໃຫຍ່​ ​ວິ​ສາ​ຫະກິດ​ເອີຣົບ ​ແລະ​ອື່ນໆ.

ກອງ​ປະຊຸມ​ດັ່ງກ່າວ​​ໄດ້​ກາຍ​ເປັນ​ຂົວ​ຕໍ່ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ຈີນ​ ​ແລ​ະ​ເອີຣົບ. ​ທັງ​ນີ້​ນັບແຕ່​ເດືອນມັງກອນ​ຫາ​ເດືອນສິງຫາ​ປີ 2017, ມູນ​ຄ່າ​ນຳ​ເຂົ້າ ​ແລະ​ສົ່ງອອກລະຫວ່າງ​ເມືອງ​ເສີງ​ຕູ່-​ເອີຣົບ​ເພີ່ມ​ຂຶ້ນ 81,4% ​ແລະ​​ເຖິງທ້າຍ​ເດືອນ​ກັນຍາປີ​ນີ້, ​ມີ 485 ວິ​ສາ​ຫະກິດ​ເອີຣົບ​ເຂົ້າ​ມາລົງທຶນ​ຢູ່​ເມືອງ​​ເສີງ​ຕູ່ດວ້ຍຍອດ​ມູນ​ຄ່າ​ປະມານ 4,5 ຕື້​​ໂດ​ລາ. ​ໃນ​ຂະ​ບວນການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ນັ້ນ, ​ເມືອງ​ເສີງ​ຕູ່​ໄດ້​ຄ່ອຍໆກາຍ​ເປັນ​ເມືອງ​​ເປີດ​ປະຕູ​ສູ່​ເອີຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ