ຄຳ​ເຫັນຂອງ​ບຸກ​ຄົນ​ວົງ​ການ​ຕ່າງ​ໆ​ໃນ​​ອາ​ຊຽນ​ຕໍ່​ຜົ​ນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19
2017-10-27 17:54:21  cri 
ຕາມ​ຂ່າວCRI: ໃນ​ຫຼາຍ​ມື້​ຜ່ານ​ມາ,ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ດຶງ​ດູດ​ຄວາມສົນ​ໃຈຈາກ​ບຸກ​ຄົນ​ວົງ​ການ​ຕ່າງໆ​ໃນອາ​ຊຽນ​ມາ​ໂດຍ​ຕະ​ຫຼອດ ເຊິ່ງ​ບຸກ​ຄົນ​ເຫຼົ່າ​ນີ້​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ກຳ​ນົດ​ເວ​ລາ​ໃນ​ການ​ສ້າງ​ສັງ​ຄົມ​ອີ່​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດ​ແລະ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ແບບ​ທັນ​ສະ​ໄໝ​ຂອງ​ຈີນ, ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ນຳ​ເອົາ​ໂອ​ກາດ​ໃໝ່​ມາ​ໃຫ້​ແກ່​ອາ​ຊຽນ.

ທ່ານ​ນາງ ມາ​ບອຍ​ລິງ ຜູ້​ບໍ​ລິ​ຫານ​ຂັ້ນ​ສູງສັນ​ຊາດ​ຫວຽດ​ນາມ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ພະ​ແນກ​ການ​ທະ​ນາ​ຄານ​ຂອງ​ທະ​ນາ​ຄານ​ຈີນ​ສາ​ຂາ​ໂຮ່ຈິ​ມິງປະ​ເທດ​ຫວຽດ​ນາມ​ກ່າ​ວວ່າ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ສີ​ຈິ້ນ​ຜິງ ກ່າວ​ລາຍ​ງານ​ໃນກອງ​ປະ​ຊຸມ​ວ່າ​ຈີນ​ຈະ​ຮັກ​ສາ​ການ​ໄຂ​ປະ​ຕູ​ທາງ​​ເສດ​ຖະ​ກິດ​ຕໍ່​ພາຍນອກ ເຊິ່ງ​ຈາກນີ້​ຈະ​ນຳ​ເອົາໂອ​ກາດ​ໃໝ່​ມາໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ​ກໍ​ໝາຍ​ຄວາມ​ວ່າ: ຈີນ​ຈະ​ຮັບ​ເອົາ​ວິ​ສາ​ຫະ​ກິດ​​ທຶນ​ຕ່າງ​ປະ​ເທດ​ໃຫ້​ຫຼາຍກວ່າ​ເກົ່າ ທັງ​ຈະ​ມີ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ຫວຽດ​ນາມ​ຫຼາຍກວ່າ​ເກົ່າ ໂດຍ​ສະ​ເພາະ​ວິ​ສາ​ຫະ​ກິດ​ຂະ​ແໜງ​ການວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ທ່ານ​​ກ່າວ​ຕື່ມ​ວ່າ: ການ​ທີ່ຈີນ​ໄດ້​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວ​ງ​ຢ່າງ​ແຂງ​ແຮງ​ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມການ​ລົງ​ທຶນ​ຂອງ​ຈີນ​ໃຫ້​​ດີ​ຂຶ້ນ​ແລະມີ​ຄວາມ​ໂປ່ງ​ໃສ ທັງ​ໄດ້ເພີ່ມ​ຄວາມ​ໝັ້ນ​ໃ​ຈ​ໃຫ້​ແກ່​ບັນ​ດານັກ​ລົງ​ທຶນ​.

​ທ່ານ​ນາງ ສວາຍ ນັກ​ຣີ ຮອງ​ຫົວ​ໜ້າ​ຝ່າຍ​ບຸກ​ຄະ​ລາ​ກອນ​ຂອງ​ຫ້ອງ​ການ​ຄະ​ນະ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ທີ່​ເຄີຍ​ຮຽນ​ຢູ່​ຈີນ​ເຫັນ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ມີ​ຄວາມ​ໝາຍ​ສຳ​ຄັນ,ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ລະ​ບຸ​ວ່າ: ຈີນ​ຈະ​ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ລະ​ດັບ​ຊາດ,ແຂວງ,ນະ​ຄອນ​ແລະ​ເມືອງ,ພ້ອມ​ທັງ​ຈະ​ສ້າງ​ລະ​ບົບ​ລາດ​ຕາ​ເວນກວດ​ກາ​ໃນ​ຄະ​ນະ​ພັກ​ຂອງ​ເມືອງ​ແລະ​ນະ​ຄອນ ເພື່ອ​ປັບ​ປຸງ​ກົນ​ໄກ​ການ​ຕໍ່​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ. ມາດ​ຕະ​ການ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ນຳ.

ທ່ານ ຢາ​ໄຈ​ຄອຍ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງໂຄ​ສະ​ນາ​​ປະ​ເທດ​ມຽນ​ມາ​ທີ່​ນຳ​ພາ​ຄະ​​ນະ​ນັກ​ຂ່າວເຂົ້າ​ຮ່ວມການ​ລາຍ​ງານ​ຂ່າວກອງ​ປະ​ຊຸມ​ກ່າວ​ຕໍ່​ນັກ​ຂ່າວ CRI ວ່າ: ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້ ສິ່ງ​​ທີ່​ຕົນສົນ​ໃຈ​ຫຼາຍກວ່າ​ໝູ່​ແມ່ນ​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ