ນັກ​ວິ​ທະ​ຍາ​ສາດ​ຈີນສຳ​ເລັດ​ການ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ແບບ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​​ທີ່​ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ໄດ້​ຫຼາຍກວ່າໜຶ່ງ​ໂຕນ
2017-10-27 18:11:51  cri 


ສະ​ຖາ​ບັນ​ຄົ້ນ​ຄວ້າ​ຟີ​ຊິກ​ຄວາມ​ຮ້ອນ​ວິ​ສະ​ວະ​ກຳຂອງ​ສະ​ຖາ​ບັນວິ​ທະ​ຍາ​ສາດ​ຈີນ​ໄດ້​ປະ​ກາດ​ໃນ​ວັນ​ທີ 26 ຕຸ​ລາ​ນີ້​ວ່າ: ສະ​ຖາ​ບັນ​ຕົນ​ກັບອົງ​ການ​ອື່ນໆໄດ້​ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ແບບເຮືອ​ບິນບໍ່​ມີ​ຄົນ​ຂັບ AT200 ທີ່​ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ໄດ້​ຫຼາຍກວ່າ 1 ​ໂຕ​ນ​ຮຸ່ນ​ທຳ​ອິດ​ໃນ​ໂລກ. ເຮືອ​ບິນ​ຍາວ 11,84 ແມັດ, ປີກ​ກວ້າງ 12,8 ແມັດ, ສູງ 4,04 ແມັດ ແລະສາ​ມາດ​ຮັບ​ນ້ຳໜັກ​ສູງ​ສຸດ​ຂະ​ນະ​ບິນ 3,4 ໂຕນ. ບໍ​ລິ​ມາດ​ຂະ​ໜາດ​ບັນ​ຈຸ​ຂອງ​ເຮືອ​ບິນ 10 ແມັດ​ກ້ອນ, ສາ​ມາດ​ບັນ​ຈຸ​ສິນ​ຄ້າ​ໄດ້ 1,5 ໂຕນ ນີ້ແມ່ນ​ເຮືອ​ບິນ​ໃຫຍ່​ໃນ​ວົງ​ການ​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ທີ່​ໃຊ້​ທາງ​ພົນ​ລະ​ເຮືອນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ປັດ​ຈຸ​ບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ