ວິ​ຊາ​ຄອມ​ພິມ​ເຕີ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ຂອງ​ຈີນ​ຂຶ້ນ​ເປັນ​ອັນ​ດັບ​​ໜຶ່ງ​ໃນ​ໂລກ
2017-10-27 18:00:57  cri 

ຫວ່າງ​ມໍ່ໆ​ມາ​ນີ້, ສື່ມວນ​ຊົນ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍຜົນ​ການ​ລຽງ​ລຳ​ດັບ​ມະ​ຫາ​ວິ​ທະ​ຍາ​ໄລ​ທົ່ວ​ໂລກ​ປີ 2018, ​ໂດຍວິ​ຊາ​ຄອມ​ພິວ​ເຕີ​ແລະ​ວິ​ສະ​ວະ​ກຳ​ສາດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ຂອງ​ຈີນ​ເປັນ​ອັນ​ດັບ​ໜຶ່ງ, ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ກໍ​ໄດ້​ກາຍ​ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ທີ່​ມີ​ວິ​ຊາ​ຄອມ​ພິວ​ເຕີ​ດີ​ທີ່​ສຸດ​ໃນ​ໂລກ.

ໃນ​ຕາ​ຕະ​ລາງ​ລວມ​ດັ່ງ​ກ່າວ, ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ຕິດລາ​ຍ​ຊື່ໃນ​ຕາ​ຕະ​ລາງ​ດັ່ງ​ກ່າວ​ຫຼາຍ​ທີ່​ສຸດ​ແມ່ນ​ອາ​ເມ​ລິ​ກາ, ຖັດ​ມາ​ແມ່ນ​ຈີນ, ​ທີ​ສາມ​ແມ່ນ​ຍີ່​ປຸ່ນ. ນອກ​ຈາກວິ​ຊາ​ຄອມ​ພິວ​ເຕີ​ແລ້ວ, ​ລາຍ​ຊື່​ນ​ຂົງ​ເຂດ​ສະ​ຖາ​ວິ​ສະ​ວະ​ກຳ​ສາດ, ຄະ​ນິດ​ສາດ, ວິ​ທະ​ຍາ​ສາດ​ການ​ກະ​ເສດ, ວິ​ທະ​ຍາ​ສາດ​ວັດ​ຖຸ, ວິ​ຊາ​ສິ​ລະ​ປະ​ແລະ​ມະ​ນຸດ​ສາດ​ເປັນ​ຕົ້ນ, ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ອາ​ເມ​ລິ​ກາ​ບໍ່​ຕິດ​ອັນ​ດັບ​ທີ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ