ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ສະ​ພາ​ວຽກ​ງາ​ນ​ຂົ້ວ​ໂລກ​ເໜືອ​ສຸມ​ໃສ່​ການ​ສຶກ​ສາ​ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ
2017-10-28 14:17:47  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ສະ​ພາ​ວຽກ​ງານ​ຂົ້ວ​ໂລກ​ເໜືອທີ່​ຈັດ​ຂຶ້ນ​ຢູ່​ເມືອງອາວ​ລຸນ​ທາງ​ພ​າກ​ເໜືອ​ຂອງ​ແຟ​ນ​ລັງ​ໄດ້​ອັດ​ລົງ, ໂດຍ​ໄດ້​ສຸມ​ໃສ່​ການ​ສຶກສາ ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ.

ທ່ານ​ເອ​ເລັກ​ຊີ ເຮັນ​ຄ​ລິງ, ທູດ​ວຽກ​ງາ​ນ​ຂົ້ວ​ໂລກ​ເໜືອ​ຂອງ​ແຟນ​ລັງ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ທັງ​ປະ​ກອບ​ຄຳ​ເຫັນ​ວ່າ, ແຟນ​ລັງ​ໄດ້​ຈັດ​ເອົາ​ກາ​ນ​ສຶກ​ສາ​ເປັນ​ໜຶ່ງ​ໃນ​ວຽກ​ງານ​ຈຸດ​ໜັກ​ໃນ​ໄລ​ຍະ​ 2 ປີ​ທີ່​ແຟນ​ລັງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ.

ເມື່ອ​ເວົ້າ​ເຖິງ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ທ່ານ​ເຮັດ​ຄ​ລິງ​ກ່າວ​ວ່າ, ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເປັນ​ຄວາມ​ຈິງ, ພົນ​ລະ​ເມືອ​ງ​ທີ່​ອາ​ໄສ​ຢູ່​ເຂດ​ຂົ້ວ​ໂລກ​ເໜືອ​ໄດ້​ສຳ​ຜັດ​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ກ່ອນ​ໝູ່ ​.

8 ປະ​ເທດ​ອ້ອມ​ຂົ້ວ​ໂລກ​ເໜືອ ຄື: ອາ​ເມ​ລິ​ກາ, ຣັດ​ເຊຍ, ກາ​ນາ​ດາ, ແຟນ​ລັງ, ຊູ​ແອັດ, ແດນ​ມາກ, ແລະອິດ​ສ​ລັງ, ​ແລະຜູ້​​ຕາງ​ໜ້າຈາກ30ກວ່າປະ​ເທດ​ສັງ​ເກດ​ການ ເຊິ່ງລວມ​ທັງ ຈີນ, ສ.ເກົາຫຼີ, ອິນ​ເດຍ, ​ກໍ​ຄືອົງ​ການ​ສັງ​ເກດ​ການຕ່າງໆໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ