ອາ​ເມ​ລິ​ກາ​ວາງ​ຄຳ​ເຫັນ​ຊີ້​ນຳ​ເພື່ອ​ຂວ້ຳ​ບາດ​ຣັດ​ເຊຍ
2017-10-28 15:02:13  cri 
ວັນ​ທີ 27 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້ວາງ​ຄຳ​ເຫັນ​ຊີ້​ນຳ​ກ່ຽວ​ກັບ​ການ​ຂວ້ຳ​ບາດ​ຣັດ​ເຊຍ, ພ້ອມ​ທັງ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ສະ​ບັບ​ໜຶ່ງທີ່​ລວມ​ທັງ 39 ຄົນ ແລະ​ອົງ​ການ​ຈັດ​ຕັ້ງ​ຂອງ​ຣັດ​ເຊຍ​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ປ້ອງ​ກັນປະ​ເທດ ແລະ​ຂ່າວ​ລັບ. ອາ​ເມ​ລິ​ກາ​ຈະ​​ເພີ່ມມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ​ໂດຍ​ອີ​ງ​ໃສ່​ຄຳ​ເຫັນ​ຊີ້​ນຳ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ, ຄຳ​ເຫັນ​ຊີ້​ນຳ ແລະ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ແມ່ນ​ຖືກວາງ​ອອກ​ບົນ​ພື້ນ​ຖານ​ຜົນ​ການ​ປະ​ເມີນ​ຈາກ​ພາ​ກ​ສ່ວນ​ຕ່າງໆ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ, ເຊິ່ງ​ຈຸດ​ປະ​ສົງ​ຂອງ​ການ​ຂວ້ຳ​ບາດ​ແມ່ນ​ເພື່ອ​ຕອບ​ໂຕ້ "​ການ​ກະ​ທຳຮ້າຍ"​ຂອງ​ຣັດ​ເຊຍ​ໃນ​ວິ​ກິດ​ການ​ພາກ​ຕາ​ເວັນ​ອອກ​​ຂອງອຸຍແກຼນ, ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ແລະ​ອື່ນໆ.

ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ຕື່ມ​ວ່າ, ບຸກ​ຄົນ​ ແລະ​ອົງ​ການ​ຈັດ​ຕັ້ງ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ຈະ​ບໍ່​ແມ່ນ​ເປົ້າ​ໝາຍ​ທີ່​ຈະ​ຖືກ​ຂວ້ຳ​ບາດ​ໃນ​ທີ່​ສຸດ, ຊັບ​ສິນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຖືກ​ອາ​ຍັດ​ໄວ້, ຫາກ​ແມ່ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການ​ກະ​ທຳ​ທີ່​ຈະ​ຖືກ​ຂ​ວ້ຳ​ບາດ ໂດຍ​ໄດ້​ລະ​ບຸ​ໄວ້​ໃນ​ຄຳ​ເຫັນ​ຊີ້​ນຳ. ໃນ​ຕໍ່​ໜ້າ​ນີ້, ອາດ​ຈະ​ມີ​ບໍ​ລິ​ສັດ ແລະ​ອົງ​ການ​ຈັດ​ຕັ້ງ​ທີ່ຫຼາຍກວ່າ​ເກົ່າ​ຂອງ​ຣັດ​ເຊຍ ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ