ນັກ​ບິນ​ອະ​ວະ​ກາດ​ຈີນ​ໄດ້​ຮັບ "ຫຼຽນ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ" ຈາກ​ອົງ​ການ​ອຸຍ​ເນັ​ສ​ໂກ
2017-10-28 15:18:49  cri 



ວັນ​ທີ 27 ຕຸ​ລາ​ນີ້, ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ທີ່​ນະ​ຄອນຫຼວງ​ປາ​ຣີ, ອົງ​ການ​ອຸຍ​ເນັ​ສ​ໂກ​ສະ​ຫະ​ປະ​ຊ​າ​ຊາດໄດ້​ມອບ "ຫຼຽນ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ" ທີ່​ປະ​ກວດ​ເປັນ​ຄັ້ງ​ທຳ​ອິດ​ນັ້ນ​ໃຫ້​ແກ່​ນັກ​ບິນ​ອະ​ວະ​ກາດ 4 ທ່ານ ເຊິ່ງ​ລວມ​ທັງ ທ່ານ​ຢາງ​ລີ້​ເວີຍ ນັກ​ບິນ​ອະ​ວະ​ກາດ​ຈີນ, ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ່ນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຊຸກ​ຍູ້ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ.

ໃນ​ພິ​ທີດັ່ງ​ກ່າວ, ທ່ານ​ນາງອີ​ຣີ​ນາ ໂບ​ໂກວາ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອຸຍ​ເນັ​ສ​ໂກ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຄວາມ​ກ້າ​ຫານ​ ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ໄດ້​ຮັບຫຼຽນ​ລາງວັນ​ທຸກ​ທ່ານ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​​ຂອງມວນ​ມະ​ນຸດ​ໃນ​ການ​ຄົ້ນ​ຄວ້າອະ​ວະ​ກາດ ​ໂດຍ​ກ່າວ​ວ່າ, ວິ​ທະ​ຍາ​ສາດ​ເປັນ​ກຳ​ລັງ​ແຮງ​ທີ່​ຊຸກ​ຍູ້​ມະ​ນຸດ​ບັນ​ລຸ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030, ຫວັງ​ວ່າ​ທຸກ​ທ່ານ​ຜູ້​ໄດ້​ຮັບ​ຫຼຽນລາງວັນ​ຈົ່ງ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຢ່າງ​ກ້າ​ຫານ​ບົນ​ເສັ້ນ​ທາງ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຕົນ, ຊ່ວຍ​ເຫຼືອ ແລະສົ່ງ​ເສີມ​ຊາວ​ໜຸ່ມ​ຢ່າງຫຼວງຫຼາຍ​ສົນ​ໃຈ​ວິ​ທະ​ຍາ​ສາດ, ທັງ​ຜັນ​ຂະ​ຫຍາຍ​ທັດ​ສະ​ນະ "ເສີມ​ສ້າງ​ສັນ​ຕິ​ພາບ" ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ໄປ​ສູ່​ປະ​ຊາ​ຊົນ​ທົ່ວ​ໂລກ.

ທ່ານ​ຢາງ​ລີ້​ເວີຍ​ກ່າວ​ວ່າ, ເດືອນຕຸ​ລາ​ປີ 2003, ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ເຊິ່ງ​ໄດ້​ເປີດ​ສະ​ພາບ​ການ​ໃໝ່​ຂອງ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ, ກໍ​ໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​​ຄົ້ນຄວ້າ​ໂລກ​ທີ່​ຍັງ​ບໍ່​ທັນ​ຮັບ​ຮູ້​ຂອງມວນ​ມະ​ນຸດ, ໃນ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ດັ່ງ​ກ່າວ, ລັດ​ຖະ​ບານ​ຈີນ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ໄດ້​ບັນ​ທຸກ​ທຸງ​​ອົງ​ການສະ​ຫະ​ປະ​ຊ​າ​ຊາດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ນຳ​ໃຊ້​ອະ​ວະ​ກາດ​ໂດຍສັ​ນ​ຕິ​ ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ມວນ​ມະ​ນຸດ, ພ້ອມ​ດ້ວຍ​​ສະ​ໜັບ​ສະ​ໜູນ​ຕໍ່​ວັດ​ຖຸ​ປະ​ສົງ ແລະຫຼັກ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ. ໃນ​ອະ​ນາ​ຄົດ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ ແລະ​ເຂດ​ແຄວ້ນ​ຕ່າງໆ​ທີ່​ອອກ​ແຮງ​ນຳ​ໃຊ້​ອະ​ວະ​ກາດ​ຊັ້ນ​ນອກ​ໂດຍ ​ສັນ​ຕິ​, ຮ່ວມ​ກັນ​ທຳ​ການ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງມວນ​ມະ​ນຸດ, ພ້ອມ​ທັງ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ