ຕະຫຼາດຫຼັກ​ຊັບ​ຊຽງ​ໄຮ​ເຜີຍ​ແຜ່ "ວິ​ໄສ​ທັດ ແລະ​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ຮັບ​ໃຊ້​ການ​ສ້າງ​ສາ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'"
2017-10-28 16:57:43  cri 
ວັນ​ທີ 27 ຕຸ​ລາ​ນີ້, ຕະຫຼາດຫຼັກ​ຊັບ​ຊຽງ​ໄຮ​ໄດ້ເຜີຍ​ແຜ່ "ວິ​ໄສ​ທັດ ແລະ​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ຮັບ​ໃຊ້​ການ​ສ້າງ​ສາ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'(2018-2020)", ​ເຊິ່ງ​ເນື້ອ​ໃນ​ໃຈ​ກາງ​ຂອງ​ເປົ້າ​ໝາຍກວມ​ລວມ​ແມ່ນ ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຕະຫຼາດ​ທຶນ​ຮອນ​ລະ​ຫວ່າງ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ໃນ​ຖາ​ນະ​ເປັນ​ເອ​ກະ​ສານ​ລັກ​ສະ​ນະ​ໂຄງ​ການ​ຂອງຕະຫຼາດຫຼັກ​ຊັບ​ຊຽງ​ໄຮ​ໃນ​ການ​ຮັບ​ໃຊ້​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ອະ​ນາ​ຄົດ, ເປົ້າ​ໝາຍກວມ​ລວມ​ຂອງ​ "ວິ​ໄສ​ທັດ ແລະ​ແຜນ​ການ​ດຳ​ເນີນ​ງານ​"ດັ່ງ​ກ່າວ​ແມ່ນ​ ຊຸກ​ຍູ້ ແລະຈັດ​ວາງ​ການ​ຮ່ວມ​ມື​ລະ​ຫວ່າງ​ຕະຫຼາດ​ທຶນ​ຮອນ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເປີດກວ້າງ​ຊ່ອງ​ທາງ​ລະ​ດົມ​ທຶນ​ໂດຍ​ກົງ​ເພື່ອ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ລະ​ດົມ​ຂົນ​ຂວາຍ​ທຶນ​ຮອນ​ ພາຍ​ໃນ​ປະ​ເທດ​ຈີນ, ສາ​ກົນ ແລະ ປະ​ເທດ​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກໍ​ຄື​ວິ​ສາ​ຫະ​ກິດ​ທັງ​ພາຍ​ໃນ​ປະ​ເທດ ແລະ​ຕ່າງ​ປະ​ເທດ​ຮ່ວມ​ກັນ​ເຂົ້າ​ຮ່​ວມ​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ພ້ອມ​ກັນ​ນັ້ນ, ຊຸກ​ຍູ້​ຕະຫຼາດ​ທຶນ​ຮອນ​ພາຍ​ໃນ​ປະ​ເທດ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງກວ້າງ​ຂວາງກວ່າ​ເກົ່າ, ແລະ​ເລັ່ງ​ສ້າງ​ຊຽງ​ໄຮ​ໃຫ້​ເປັນ​ສູນ​ການ​ທະ​ນາ​ຄານ​ສາ​ກົນ.

ໂດຍອີງ​ຕາມ"ວິ​ໄສ​ທັດ ແລະ​ແຜນ​ການ​ດຳ​ເນີນ​ງານ​"​ດັ່ງ​ກ່າວ, ຕະຫຼາດຫຼັກ​ຊັບ​ຊຽງ​ໄຮ​ຈະ​ເສີມ​ສ້າງ​ກົນ​ໄກ​ຮ່ວມ​ມື​ຕະຫຼາດຫຼັກ​ຊັບ ໂດຍ​ຜ່ານ​ການ​ເຊັນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ, ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ, ​ແລະ​ຮູບ​ການຮ່ວມ​ທຶນ, ຊື້​ຮຸ້ນ​ສ່ວນ, ຮ່ວມ​ມື​ດ້ານ​ການ​ບໍ​ລິ​ການ ແລະ​ຮູບ​ການ​ອື່ນໆ, ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຕະ​ຫຼາດຫຼັກ​ຊັບ​ສຳ​ຄັນ​ທີ່​ລຽບ​ຕາມ"​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​", ພ້ອມ​ທັງ​ຈະ​ຄົ້ນ​ຄວ້າ​ກົນ​ໄກ​ຮ່ວມ​ມືຫຼາຍ​ຝ່າຍ​ກັບ​ຕະຫຼາດຫຼັກ​ຊັບ​ຕ່າງໆ​​ທີ່ລຽບ​ຕາມ"​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​", ຮ່ວມ​ກັນສ້າງ​ຊ່ອງ​ທາງ​ແລກ​ປ່ຽນ​ທີ່​ສະ​ດວກ​ສະ​ບາຍກວ່າ​ເກົ່າ, ແລະ​ຍົກ​ສູງ​ບົດ​ບາດ​ຂອງຕະຫຼາດຫຼັກ​ຊັບລຽບ​ຕາມ"​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​"​ໃນ​ຕະຫຼາດ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ