ຣັດ​ເຊຍ​ເພີ່ມຄວາມ​ຈຳ​ກັດ​ຕໍ່​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ
2017-10-28 15:21:24  cri 
ວັນ​ທີ 27 ຕຸ​ລານີ້, ເວັບ​ໄຊ​ລັດ​ຖະ​ບານ​ຣັດ​ເຊຍ​ເປີ​ດ​ເຜີຍ​ເອ​ກະ​ສານ​ສະ​ບັບ​ໜຶ່ງວ່າ, ຣັດ​ເຊຍ​ໄດ້​ເພີ່ມ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ທີ່​​ຫ້າມ​ນຳ​ເຂົ້າ​ຈາກ​ສະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ ແລະ​ກາ​ນາ​ດາ.

ອີງ​ຕາມເອ​ກະ​ສານ​ສະ​ບັບນີ້, ຣັດ​ເຊຍ​ເ​ພີ່ມຜະ​ລິດ​ຕະ​ພັນ​ສຳ​ລັບ​ກິນ​ທີ່ກິ​ປຸງ​ແຕ່ງ​ດ້ວຍ​ຊີ້ນ​ງົວ ໝູ​ແລະ​ມ້າ​ເປັນ​ຕົ້ນ​ທີ່​ເປັນ​ຊີ້ນ​ສົດ, ຫຼື​ແຊ່​ເຢັ​ນແລະແຊ່​ແຂງ, ຍັງ​ມີ​ໄຂ​ມັນ​ຂອງ​ໝູ, ງົວ, ແກະ ​ແລະ​ສັດ​ປີກເຂົ້າ​ໃນ​ບັນ​ຊີ​ຜະ​ລິດ​ຕະ​ພັນ​ທີ່​ຫ້າມນຳ​ເຂົ້າ​ຈາກ​ສະ​ຫະ​ພາບ​ເອີ​ລົບ,ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາ.

ລັດ​ຖະ​ບານ​​ຣັດ​ເຊຍ​ກ່າວ​ເນັ້ນ​ວ່າ, ມາດ​ຕະ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ເຫຼົ່າ​ນີ້​ຈະ​ບໍ່​ມີ​ຜົນກະ​ທົບ​ຕໍ່​ຄວາມ​ຕ້ອງ​ການ​ພາຍ​ໃນຂອງ​ຣັດ​ເຊຍ.

 ຫຼັງ​ຈາດ​ເກີດ​ວິ​ກິດ​ການ​ອຸຍ​ແກຼນ, ອາ​ເມ​ລິ​ກາ​ແລະ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຫຼາຍ​ເທື່ອ​ຕໍ່​ຣັດ​ເຊຍ​ແລ້​ວ. ເພື່ອ​ເປັນ​ການ​ຕອບໂຕ້, ຣັດ​ເຊຍ​ໄດ້​ອອກ​ຄຳ​ສັ່ງ​ເກືອດ​ຫ້າມ​ໃນ​ວັນ​ທີ 7 ສິງ​ຫາ​ປີ 2014 ໂດຍ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອາ​ຫານປະ​ເພດ​ວັດ​ຖຸ​ດິບ​ຫຼາ​ຍ​ຢ່າງ​ຈາກ​ຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ, ຄຳ​ສັ່ງດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ຈົນ​ຮອດ​ວັນ​ທີ 31 ທັນ​ວາ​ ປີ 2018 ໜ້ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ