ລັດ​ຖະ​ບານແອ​ສ​ປາຍ​ຄຸມອຳ​ນາດ​ການ​ປົກ​ຄອງ​ເຂດກາ​​ຕາ​ລູ​​ນາ ປົກ​ຄອງ​ຕົນ​ເອງ​ຢ່າງ​ຮອບ​ດ້ານ
2017-10-28 16:58:10  cri 

ຕອນຄ່ຳ​ວັນ​ທີ 27 ຕຸ​ລານີ້, ທ່ານມາ​ຣິ​ອາ​ໂນ ຮາ​ໂຈ​ອິ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແອ​ສ​ປາຍ​ກ່າວປາ​ໄສທາງ​ໂທ​ລະ​ພາບ, ໂດຍ​ໄດ້​ປະ​ກາດ​ປົດ​ຕຳ​ແໜ່ງ​ຂອງ​ທ່ານ​ຄາ​ລິ​ສ ພຸ​ອິກ​ເຕ​ເມີງ ປະ​ທານ​ເຂດ​ປົກ​ຄອງ​ຕົນ​ເອງກາ​​ຕາ​ລູ​​ນາ, ຍຸບ​ສະ​ພາເຂດ​ປົກ​ຄອງ​ຕົນ​ເອງ, ແລະ​ປະ​ກາດ​ວ່​າ​ຈະ​ຈັດ​ການ​ເລືອກ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງ​ໃນ​ວັນ​ທີ 21 ທັນ​ວາ​ປີນີ້.

ທ່ານ​ຮາ​ໂຈ​ອີ​ຍັງ​ປະ​ກາດ​ມາດ​ຕະ​ການ​ບັງ​ຄັບ​ອື່ນໆ, ຄື​ປົດ​ຕຳ​ແໜ່ງ​ເຈົ້າ​ໜ້າ​ທີ່​ທັງ​ໝົດ​ຂອງ​ອົງ​ການ​ປົກ​ຄອງເຂດ​ດັ່ງ​ກ່າວ, ປົດ​ຕຳ​ແໜ່ງ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ ແລະ​ປິດ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ເຂດ​ປົກ​ຄອງ​ຕົນ​ເອງ​ປະ​ຈຳ​ຕ່າງ​ປະ​ເທດ ແ​ລະ​ອື່ນໆ.

ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕົ້ນ​ຕໍ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ພາ​ກັນ​ສະ​ແດງ​ທ່າ​ທີ ໂດຍ​ສະ​ໜັບ​ສະ​ໜູນ​ສະ​ໜັບ​ລັດ​ຖະ​ບານແອ​ສ​ປາຍ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ​ແຫ່ງ​ຊາດ.

ວັນ​ທີ 27 ຕຸ​ລານີ້, ທ່ານ​ທາ​ເນຍ ປະ​ທານ​ສະ​ພາ​ເອີ​ລົບ​ກ່າວ​ວ່າ, ພາຍ​ໃນ​ສະ​ຫະ​ພາບ​ເອີ​ລົບ​ບໍ່​ມີ​ໃຜ​ຮັບ​ຮອງ​ເຫັນ​ດີ​ຜົນ​ການ​ປ່ອນ​ບັດເອົາ​ປະ​ຊາ​ມະ​ຕິ​ຂອງ​ເຂດກາ​​ຕາ​ລູ​​ນາ.

ໂຄ​ສົກ​ລັດ​ຖະ​ບານ​ເຢ​ຍລະ​ມັນ​ໄດ້​ຖະ​ແຫຼງ​ຜ່ານ​ເວັບ​ໄຊ​ລັດ​ຖະ​ບານ​ແລະ​ສື່ມວນ​ຊົນ​ວ່າ, ລັດ​ຖະ​ບານ​ເຢຍ​ລະ​ມັນ​ບໍ່​ຮັບ​ຮອງການ​ທີ່​ເຂດ​ປົກ​ຄອງ​ຕົນ​ເອງກາ​​ຕາ​ລູ​​ນາ​ປະ​ກາດ​ເປັນ​ເອ​ກະ​ລາດ​ແຕ່​ຝ່າຍ​ດຽວ. ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ແອ​ສ​ປາຍ​ແມ່ນ​ລ່ວງ​ລ້ຳ​ບໍ່​ໄດ້, ​ສ່ວນ​ເຂດ​ປົກ​ຄອງ​​​ຕົນ​ເອງກາ​​ຕາ​ລູ​​ນາປະ​ກາດ​ເປັນ​ເອ​ກະ​ລາດ​ແຕ່​ຝ່າຍ​ດຽວ​ໄດ້​ລະ​ເມີດ​ຫຼັກ​ການ​ດັ່ງ​ກ່າວ.

ໂຄ​ສົກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ, ອັງ​ກິດ​ຈະ​ບໍ່​ຮັບ​ຮອງ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ເຂດກາ​​ຕາ​ລູ​​ນາ, ເພາະ​ວ່າ​ສານ​ລັດ​ຖະ​ທຳ​ມະ​ນູນ​ແອ​ສ​ປາຍ​ປະ​ກາດ​ແລ້ວ​ວ່າ​ມັນ​ເປັນ​ການ​ປ່ອນ​​ບັດ​ເອົ​າປະ​ຊາ​ມະ​ຕິ​ທີ່​ຜິດ​ກົດ​ໝາຍ.

ໂຄ​ສົກ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ເຂດກາ​​ຕາ​ລູ​​ນາ​ແມ່ນ​ພາກສ່ວນໜຶ່ງທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ຂອງ​ແອ​ສ​ປາຍ, ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນລັດ​ຖະ​ບານ​ແອ​ສ​ປາຍ​ໃຊ້​ມາດ​ຕະ​ການ​ທີ່​ຖືກ​​ຕ້ອງ​ຕາມ​ກົດໝາຍ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ ​ແລະ​ຄວາມ​ເປັນ​ເອ​ກະ​ພາບຂອງ​ແອ​ສ​ປາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ