ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ອາ​ຊີ​ກາງ​ຄັ້ງທີ 16 ຈັດ​ຂຶ້ນ​ຢູ່ດູ​ຊັນ​ເບ
2017-10-29 15:36:48  cri 

ວັນ​ທີ 27 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຂອງ​ການ​ຮ່​ວມ​ມື​ເສ​ດ​ຖະ​ກິດ​ເຂດ​ອາ​ຊີ​ກາງ CAREC ຄັ້ງ​ທີ 16 ໄດ້ຈັດ​ຂຶ້ນ​ຢູ່​ດູ​ຊັນ​ເບ ນະ​ຄອນ​ຫຼວງ​ຕາ​ຊີ​ກີ​ສະ​ຖານ.

ຫົວ​ຂໍ້​ຫຼັກ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ " ເພີ່ມ​ທະ​ວີ​ການ​ຮ່​ວມ​ມືເຂດ ​CAREC , ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍຶນ​ຍົງ​ປີ 2030 ແລະ​ເປົ້າ​ໝາຍ​ສົນ​ທິ​ສັນ​ຍາ​ປາ​ຣີ. ທ່ານ​ເອ​ໂມ​ມາ​ລີ ຣາ​ກ​ມົນ ປະ​ທານ​າ​ທິ​ບໍ​ດີ​ຕາ​ຊີ​ກີ​ສະ​ຖານ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ແລະ​ກ່າວ​ປາ​ໄສ, ທ່ານ​ຈ້າວ​ມິ​ງ​ຢີ້ ຜູ່​ຊ່ວຍ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ​ຈີນ, ທ່ານ​ຈ່າງ​ຈ້ຽນ​ມິນ ຮອງ​ປະ​ທານ​ປະ​ຈຳ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກໃນ​ຈີນ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ CAREC ອື່ນໆ, ທ່ານ​ທາ​ເຄ​ຮີ​ໂຄ ນາ​ຄາ​ໂອ ຜູ່​ວ່າ​ການ​ທະ​ການ​ຄານ​ ​ພັດ​ທະ​ນາ​ອາ​ຊີ​ແລະ​ຜູ້​​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​​ທີ່ກ່ຽວ​ຂ້ອງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ໄດ້​ຜ່ານ​ຍຸດ​ທະ​ສາດ 2030 ຂອງ CAREC, ໄດ້​ຄົ້ນ​ຄວ້າ​ການ​ເຮັດ​ແນວ​ໃດ​ເຮັດ​ໃຫ້​ກົນ​ໄກ CAREC ຊ່ວຍ​ເຫຼືອ​ປະ​ເທດ​ສະ​ມາ​ຊິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍຶນ​ຍົງ 2030ແລະ​ເປົ້າ​ໝາຍ​ສົນ​ທິ​ສັນ​ຍາ​ປາ​ຣີ, ແລະ​​ອອກຖະ​ແຫຼງ​ການ​ດູ​ຊັນ​ເບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ