ພິທີເປີດປີທ່ອງທ່ຽວລາວ 2018 ໄຂຂຶ້ນຢ່າງເປັນທາງການ
2017-10-29 16:06:39  cri 

ເພື່ອເປັນການສົ່ງເສີມໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ອງທ່ຽວລາວຫຼາຍຂຶ້ນ ໃນວັນທີ 28 ຕຸລາ 2017ນີ້, ທີ່ນະຄອນຫຼວງວຽງຈັນກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວໄດ້ມີພິທີເປີດປີທ່ອງທ່ຽວລາວ 2018 ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍທູຕານຸທູດປະຈໍາ ສປປ ລາວ, ແຂກທີ່ເຊີນທັງພາຍໃນ ແລະ ຕ່າງປະເທດ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ ກ່າວວ່າ: ຈຸດປະສົງຂອງການເປີດງານທ່ອງທ່ຽວຂຶ້ນແມ່ນເພື່ອການພັດທະນາ ແລະ ການສົ່ງເສີມການທ່ອງທ່ຽວທຳມະຊາດວັດທະນະທຳ ແລະ ປະຫວັດສາດ ສຸມໃສ່ການພັດທະນາການທ່ອງທ່ຽວຢູ່ປະເທດລາວ ໃຫ້ມີຄວາມສາມາດຮອງຮັບນັກທ່ອງທ່ຽວໃນປະຈຸບັນ ແລະ ອະນາຄົດ ເພື່ອສ້າງຈິດສຳນຶກ ແລະ ຍົກສູງຄວາມຮັບຮູ້ຂອງສັງຄົມ ກໍຄືປະຊາຊົນລາວ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານທ່ອງທ່ຽວ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ,ຍາດແຍ່ງໂອກາດແລະທ່າອ່ຽງຂອງການທ່ອງທ່ຽວຂອງໂລກ ຂອງ ພາກພື້ນ,ອະນຸພາກພື້ນເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວຢ່າງແຂງແຮງ; ຖືເອົາການສົ່ງເສີມການທ່ອງທ່ຽວ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນມິດຕະພາບລະຫວ່າງຊາດ; ໃນການແລກປ່ຽນທາງດ້ານວັດທະນະທຳ ກໍຄືການຮ່ວມມື,ການເຊື່ອມຕໍ່ດ້ານການທ່ອງທ່ຽວລະຫວ່າງ ສປປ ລາວ ກັບບັນດາປະເທດໃນອະນຸພາກພື້ນ ແລະ ໃນໂລກ, ສົ່ງ​ເສີມ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍແລະ ຂະ​ໜາດ​ກາງ​ໃຫ້​ໄດ້ມີການ​ພັດ​ທະ​ນາດີ​ຂຶ້ນ​ເລື້ອຍໆ. ເຊິ່ງກິດຈະກໍາປີທ່ອງທ່ຽວລາວ 2018 ກໍ່ປະກອບມີກິດຈະກໍາທັງພາຍໃນ ແລະ ຕ່າງປະເທດ ມີ: ບັນດາບຸນປະເພນີ ແລະ ເທດສະການຕ່າງໆ ຢູ່ໃນບັນດາແຂວງໃນຂອບເຂດທົ່ວປະເທດ. ນອກຈາກນັ້ນ ຍັງມີບຸນປະເພນີທີ່ບັນດາແຂວງ ຈັດຂຶ້ນໃນທຸກໆປີ ແລະ ບັນດາແຫຼ່ງທ່ອງທ່ຽວປະຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາ ທີ່ໂດດເດັ່ນຂອງແຕ່ລະແຂວງ ຊຶ່ງນັກທ່ອງທ່ຽວສາມາດເຂົ້າມາທ່ຽວໄດ້ຕະຫຼອດປີ. ສໍາລັບ ສະເພາະປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້ ຊຶ່ງຈະໄດ້ພະຍາຍາມດຶງດູດນັກທ່ອງທ່ຽວເຂົ້າມາບໍ່ໃຫ້ຫຼຸດ 5 ລ້ານຄົນ ແລະ ການສ້າງລາຍຮັບເຂົ້າມາໃຫ້ໄດ້ປະມານ 900 ລ້ານໂດລາ.ນອກຈາກ ພິທີເປີດປີທ່ອງທ່ຽວລາວ 2018 ທີ່ຈັດຂຶ້ນແລ້ວ, ຍັງໄດ້ເປີດງານບຸນນະມັດສະການພະທາດຫລວງ ປະຈຳປີ 2017 ເປັນບຸນປາງໃຫຍ່ຂອງຊາດລາວ, ຄົນລາວ ຖືເປັນປະເພນີສືບທອດກັນມາເປັນເວລາຍາວນານ.

ໃນໂອກາດນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດຂຶ້ນເປີດປີທ່ອງທ່ຽວລາວປີ2018 ແລະບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ2017ໂດຍເຊີນຊວນນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ຈົ່ງທ່ອງທ່ຽວໃນລາວດ້ວຍຄວາມເປບີກບານມ່ວນຊື່ນແລະ ມີຄວາມສຸກສັນຕິຕະຫຼອດປີ ແລະຕະຫຼອດໄປ.

ພ້ອມກັນນັ້ນ ທ່ານ ທອງລຸນ ສີສຸລິດ ຍັງໄດ້ລັ່ນຄ້ອງ 9 ຄັ້ງ ເພື່ອເປີດປີທ່ອງທ່ຽວລາວຢ່າງເປັນທາງການ. ສຳລັບກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ນັ້ນ, ຕາມແຜນການແມ່ນຈະມີການຈັດງານບຸນຕ່າງໆໃນ 18 ແຂວງທົ່ວປະເທດຕະຫຼອດປີ 2018ເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດລາວ ເຊິ່ງທາງລັດຖະບານຄາດການໄວ້ວ່າ ໃນປີ 2018 ຈະມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມາລາວປະມານ 5 ລ້ານຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ