ຈຳ​ນວນ​ຜູ້ຊົມການ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ຂະ​ໜາດ​ໃຫຍ່ " 5 ປີແຫ່ງ​ການ​ບຸກບືນກ້າວ​ໜ້າ" ​ມີ​ຫຼາຍກວ່າ 1 ລ້ານ​ຄົນ
2017-10-29 15:22:14  cri 
ມາ​ຮອດ​ຕອນ​ບ່າຍ​ວັນ​ທີ 28 ຕຸ​ລາ​ນີ້, ການ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ຂະ​ໜາດ​ໃຫຍ່ " 5 ປີ​ແຫ່ງ​ການ​ບຸກ​ບືນກ້າວ​ໜ້າ" ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ,ກົມວຽກ​ງານ​ການ​ເມືອງ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ແລະ​ຄະ​ນະ​ພັກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໄດ້​ມີ​ປະ​ຊາ​ຊົນ​ໄປ​ຊົມໃນ​ຈຳ​ນວນ​ຫຼາຍກວ່າ 1 ລ້ານ​ຄົນ.

ໂດຍ​ປະ​ກອບ​ມີ​ບ່ອນ​ວາງ​ສະ​ແດງ​ເນື້ອ​ໃນ​ 10 ຫົວ​ຂໍ້​ຕົ້ນ​ຕໍເຊັ່ນ: "ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ຄະ​ຕິ​ໃໝ່ແຫ່ງ​ການ​ພັດ​ທະ​ນາ ນຳ​ໜ້າ​ສະ​ພາບ​ປົກ​ກະ​ຕິ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ" "ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທາງ​ການ​ເມືອງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ຊຸກ​ຍູ້​ລ​ະ​ບົບ​ປົກ​ຄອງ​ແລະ​ຄວາມ​ສາ​ມາດ​ດ້ານ​ການ​ປົກ​ຄອງ​ປະ​ເທດ​ໃຫ້​ຫັນ​ເປັນທັນ​ສະ​ໄໝ"ແລະ​ຫົວ​ຂໍ້​ອື່ນໆ, ພ້ອມ​ດ້ວຍ​ເຂດ​ສຳ​ຜັດ​ພິ​ເສດ​ແຫ່ງ​ໜຶ່ງ, ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ວາງ​ສະ​ແດງ​ຂະ​ບວນ​ວິ​ວັດ​ທາງ​ປະ​ຫວັດ​ສາດ​​ຂອງ​ພາ​ລະ​ກິດ​ຂອງ​ພັກ​ແລະລັດ​ຢ່າງ​ຮອບ​ດ້ານ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກກອມ​ມູ​ນິດ​ຈີນ​ຄັັ້ງ​ທີ 18 ເປັນ​ຕົ້ນ​ມາ.

​ຂະ​ນະ​ດຽວ​ກັນ,ການ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ໃຊ້​ຮູບ​ແບບ​ຕ່າງໆ​ເຊັ່ນ:ພາບ, ໂຕໜັງ​ສື,ວິ​ດີ​ໂອ,ວັດ​ຖຸຕົວ​ຈິງ,ຮູບ​ຈຳ​ລອງ,ການ​ສຳ​ຜັດ​ແລະ​ອື່ນໆ ເຮັດ​ໃຫ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຜົນ​ສຳ​ເລັດ​ໃນ 5 ປີ​ຜ່ານ​ມາ​ຍິ່ງ​ມີ​ຄວາມ​ຊີ​ວິດ​ຊີ​ວາ​ແລະ​​ໜ້າ​ເບິ່ງກວ່າ​ເກົ່າ. ​ຜ່ານ​ການ​ວາ​ງ​ສະ​ແດງ​ຜູ້​ຊົມ​ທັງ​ຫຼາຍ​ສາ​ມາດຊອກ​ຮູ້​ການ​ປ່ຽນ​ແປງ​ໃໝ່​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຢ່າງ​ເລິກ​ເຊິ່ງ,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ໂສມ​ໜ້າຈິດ​ໃຈ​ທາງ​ສັງ​ຄົມ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ ເຊິ່ງ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຈະ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໃຫ້​ຫຼາຍ​ກວ່າ​ເກົ່າ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ,ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ​ແລະ​ຄວາມ​ຈະ​ເລີນ​ຂອງ​​ປະ​ຊາຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ