ຈີນ​ເປີດ​ເຜີຍ​ຕົວ​ເລກ​​ວັດ​ແທກກາກ​ບອນ​ດີ​ອ໋ອກຊິດ​ຜ່ານດາວທຽມຂອງ​ຕົນ​ສູ່​ພາຍ​ນອກ
2017-10-30 17:44:41  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ຈີນ​ໄດ້​ເປີດ​ເຜີຍຕົວ​ເລກດາວ​ທຽມ​ທົດ​ລອງ​ວິທະຍາສາດ​ການ​ຕິດຕາມ​ວັດ​ແທກກາກ​ບອນ​ດີ​ອ໋ອກຊິດ​ໂລກ​ຂອງ​ຕົນ​ຢ່າງ​ເປັນ​ທາງ​ການ ​ເພື່​ອ​ໃຫ້​ປະ​ເທດ​ຕ່າງໆ​ຊົມ​ໃຊ້​ຮ່ວມ​ກັນ ​​ເຊິ່ງການ​ເປີດ​ເຜີຍ​ດັ່ງກ່າວ​ກໍ​ສະ​ແດງ​ໃຫ້​ເຫັນວ່າ ຈີນ​​ເປັນ​ປະ​ເທດ​ທີ 3 ທີ່​ສາມາດ​ສະໜອງ​ຕົວ​ເລກ​ວັດ​ແທກ​ກາກ​ບອນ​ດີ​ອ໋ອກຊິດ​ຜ່ານ​ດາວ​ທຽມ ຖັດຈາກ​ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ.

ດາວ​ທຽມ​ຕິດຕາມ​ວັດ​ແທກ​ກາກ​ບອນ​ດີ​ອ໋ອກຊິດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ ​ໄດ້​ຖືກ​ສົ່ງ​ຂຶ້ນສູ່​ວົງ​ໂຄຈອນ​ຢ່າງ​ປະສົບ​ຜົນສຳ​ເລັດ​ຢູ່​ຖານ​ສົ່ງ​ດາວ​ທຽມ​ຈ໋ຽວສວນ ​ເມື່ອ​ເດືອນ​ທັນວາ​ປີ 2016 ​ແລະ ​ມາ​ເຖິງ​ປັດຈຸບັນ ກໍ​ໄດ້ສຳ​ເລັດ​ວຽກ​ງານທົດ​ລອງ​ຕ່າງ​ໆຢູ່​ວົງ​ໂຄຈອນດ້ວຍ​ຄວາມຮຽບຮ້ອຍດີ ​ເຊິ່ງຕົວ​ເລກ​ຊີ້​ວັດ​ບົດບາດຕ່າງໆ​ຂອງ​ດາວ​ທຽມ​ກໍ​ບັນລຸ​ຕາມ​ຄວາມ​ຕ້ອງການ​ຂອງການ​ອອກ​ແບບ.

ບັນດາ​ທ່ານ​ສາມາດເຂົ້າ​ເບິ່ງ​ເວັບ​ໄຊ​ສູນ​ອຸຕຸນິຍົມ​ດາວ​ທຽມ​ແຫ່ງ​ຊາດ​ຈີນ ​ແລະ ຊອກ​ຄົ້ນ, ດາວ​ໂຫຼດຕົວ​ເລກ​ໄດ້​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ