ຜູ້​ອຳ​ນວຍ​ການ​ໃຫຍ່​ IAEA ຢືນ​ຢັນ: ອີ​ຣານ​ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ໃນ​ບັນ​ຫາ​ນິວ​ເຄ​ລຍ​
2017-10-30 11:15:39  cri 
ວັນ​ທີ 29 ຕຸ​ລາ​ນີ້, ທ່ານ ຢູ​ກີ​ຢະ ອາ​ມະ​ໂນະ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນຫຼື IAEA ​ໄດ້ເດີນ​ທາງຢ້ຽມ​ຢາມແລະ​ພົບ​ປະ​ເຈ​ລະ​ຈາ​ກັບ​ຝ່າຍ​ອີ​ຣານ ໂດຍທ່ານກ່າວ​ວ່າ: ອີ​ຣານ​ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານໃນ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ. ຂະ​ນະ​ທີ່ການກວດ​ກາ​ຂອງ IAEA ກໍບໍ່​ໄດ້​ເຂົ້າ​ຂ້າງ​ຝ່າຍ​ໃດ.

ຂ່າວ​ແຈ້ງວ່າ:ໃນ​ມື້​ດັ່ງ​ກ່າວ, ທ່ານ ຢູ​ກີ​ຢະ ອາ​ມະ​ໂນະ ຍັງ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ ແລະ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການກວດ​ກາ.

ໃນ​ເດືອນ​ກໍ​ລະ​ກົດ​ປີ 2015, ອີ​ຣານແລະ 6 ປະ​ເທດ​ເຈ​ລະ​ຈາ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ຄື: ອາ​ເມ​ລິ​ກາ, ອັງ​ກິດ, ຝຣັ່ງ,ຣັດ​ເຊຍ,ຈີນ​ແລະ​ເຢຍ​ລະ​ມັນ​ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ. ໃນ​ວັນ​ທີ 31 ສິງ​ຫາ​ປີ​ນີ້, ອົງ​ການ IAEA ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ ໂດຍໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວຂອງ​ອີ​ຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ