ກຳ​ປູ​ເຈຍ​​ຂໍ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດສົ່ງ​ຜູ້​ຊ່ຽວ​ຊານເຂົ້າ​ໄປ​ແກ້​ໄຂ​ບັນ​ຫາລະ​ເບີດ​ເຄ​ມີ​ຢູ່​ປະ​ເທດ​ຕົນ
2017-10-30 16:50:35  cri 
ວັນ​ທີ 29 ຕຸ​ລາ​ນີ້, ທ່ານ​ ປ​ຣັກ ໂຊ​ຄອນ ລັດ​ຖະ​ມົນ​ຕີ​ລັດ​ຖະ​ກິດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​ໄດ້​ກ່າວ​ເຖິງ​ບັນ​ຫາລະ​ເບີດ​ເຄ​ມີດ້ວຍຫວັງ​​ວ່າ​ຈະ​ສາ​ມາດ​ປຶກ​ສາ​ຫາ​ລື​​ກັນແລະ​ວາງ​ມາດ​ຕະ​ການ​ແກ້​ໄຂ​ພາຍ​ໃຕ້​ຂອບ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ,ຂະ​ນະ​ດຽວ​ກັນ​ກໍ​ຂໍໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສົ່ງ​ຜູ້​ຊ່ຽວ​ຊານ​ເຂົ້າ​ໄປ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢູ່​ປະ​ເທດ​ຕົນ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ປ​ຣັກ ໂຊ​ຄອນ ກ່າວ​ໃນ​ຂະ​ນະ​ທີ່ກວດ​ກາວ່າ: ໃນ​ຕົ້ນ​ປີ​ນີ້, ຢູ່​ແຂວງສ​ໄວ ຣຽງ ປະ​ເທດ​ຂອງ​ຕົນ​ໄດ້​ພົ​ບລະ​ເບີດ​ເຄ​ມີ​ທີ່​ອາ​ເມ​ລິ​ກາ​ຖິ້ມ​ໃນ​ປາງສົງ​ຄາມ, ແລະມາ​ຮອດ​ປັດ​ຈຸ​ບັນ​ຍັງ​​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.

ໃນ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ-ອ​າ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​ອາ​ທິດ​ຜ່ານ​ມາ, ທ່ານ ເຕຍ​ບັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕົນ​ແກ້​ໄຂ​ແລະ​ທຳ​ລາຍ​ໝາກ​ມິນ​ແລະ​ລະ​ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່​ກຳ​ປູ​ເຈຍ​ໃນ​ປາງ​ສົງ​ຄາມ​ແຫຼມ​ອິນ​ດູ​ຈີນ​ໃນ​ຊຸມ​ປີ 1970 ໂດຍ​ສະ​ເພາະ​ລະ​ເບີດ​ເຄ​ມີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ