ທ່ານ​ຊົ້ງທ່າວຫາລື​ກັບ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ
2017-10-30 16:50:18  cri 
ວັນ​ທີ 29 ຕຸລາ​ນີ້, ທ່ານ​ຊົ້ງ​​ທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຫາລື​ກັບ​ທ່ານ​ນາງ​ສູນ​ທອນ ​ໄຊ​ຍະ​ຈັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ​ໂອກາດ​ດັ່າງກ່າວ, ທ່ານ​ຊົ້ງທ່າວ​ໄດ້​ແຈ້ງ​​ເນື້ອ​ໃນ​ຈິດ​​ໃຈ​​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ໂດຍ​ທ່ານ​ນາງ​ສູນ​ທອນ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​​ອວຍພອນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ​ແລະຊົມ​ເຊີຍ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ອີກ​ສະ​​ໄໝ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ