ເມືອງ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ​ສົ່ງ​ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ​ໄປ​ລາວ​ເປັນ​ເທື່ອ​ທຳ​ອິດ
2017-10-31 14:27:11  cri 
​ວັນ​ທີ 30 ຕຸ​ລາ​ນີ້, ຫຼັງ​ຈາກ​ໄດ້​ມາດ​ຕະ​ຖານ​ໃນ​ການກວດ​ກາ​ແລະ​ກັກ​ພະ​ຍາດ​ແລ້ວ, ປາ​ມຶກ​ແຊ່​ເຢັນ 6 ໝື່ນກວ່າ​ກິ​ໂລ​ທີ່​ມີ​ມູນ​ຄ່າກວ່າ 1 ລ້ານ​ໂດ​ລາ​ສະ​ຫະ​ລັດໄດ້​ຂົນ​ຂຶ້ນ​ກຳ​ປັ່ນ​ຢູ່​ດ່ານ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ ສ​ປ ຈີນ​ເພື່ອ​ສົ່ງ​ໄປ​ປະ​ເທດລາວ.

ພະ​ແນກກວດ​ກາ​ແລະ​ກັກ​ພະ​ຍາດ​ເມືອງ​ຈ້ານ​ຈ່ຽງ​ແຂວງກວາງ​ຕຸ້ງ​ເປີດ​ເຜີຍ​ວ່າ: ນີ້​​ເປັນເທື່ອ​ທຳ​ອິດ​ທີ່​ເມືອງ​ຈ້ານ​ຈ່ຽງ​ສົ່ງອ​ອກ​ຜະ​ລິ​ດ​ຕະ​ພັນ​ສິນ​ໃນ​ນ້ຳ​​ໄປ​ຂາຍ​ຢູ່​ລາວ. ​ຂະ​ນະ​ທີ່ແຕ່​ໄຕ​ມາດ​​ໜຶ່ງ​ຫາ​ໄຕ​ມາດສາມ​ປີ​ນີ້, ເມືອງ​ຕົນ​ໄດ້​ສົ່ງ​ອອກ​ຜະ​ລິ​ດ​ຕະ​ພັນ​ສິນ​ໃນ​ນ້ຳ​ໄປ​ຂາຍຢູ່​ອາ​ຊຽນ​ປະ​ມານ 4 ລ້ານ 6 ແສນ​ກິ​ໂລ ​ໂດຍ​ມີ​ມູນ​ຄ່າ​ເກືອບ 27 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເພີ່ມ​ຂຶ້ນ​ປະ​ມານ 15%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ