ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາກ່າວ:​ການຢ້ຽມ​ຢາມ​ຈີນ​​ຂອງທ່ານ ໂດ​ນັນ ທ​ຣຳ ຈະ​ສ້າງ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
2017-10-31 16:37:18  cri 
ວັນ​ທີ 30 ຕຸ​ລາ​ນີ້, ທ່ານ ຊຸ່ຍ​ທ່ຽນ​ໄຂ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ກ່າວ​ວ່າ: ໃນ​ໂອ​ກາດ​ທີ່ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຈະ​ຢ້ຽມຢ​າມ​ຈີນ​ທາງ​ລັດ​ຖະ​ກິດ​ນັ້ນ ເຊື່ອ​ວ່າ​ຈະ​ສ້າງໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ທ່ານ ຊຸ່​ຍ​ທ່ຽນ​ໄຂ ໄດ້​ໃຫ້​ສຳ​ພາດ​ລວມ​ຕໍ່​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ ໃນ​ມື້​ດັ່ງ​ກ່າວ​ໂດຍກ່າວ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ກອງ​ປະ​ຊຸມ​ໃຫຍ່​​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຫາ​ກໍ​ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ການຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ໂດ​ນັນ ທ​ຣຳ ກໍ​ຖື​ວ່າ​ຢູ່ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ​ກໍ​ແມ່ນ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​ທີ່​ຢ້ຽມ​ຢາມ​ຈີນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19.

ທ່ານ ຊຸ່ຍ​ທ່ຽນ​ໄຂ ກ່າວ​ຕື່ມ​ວ່າ: ບັນ​ຫາ​ແຫຼມ​ເກົາ​ຫຼີ​ແລະ​ບັນ​ຫາ​ຈຸດ​ສຸມ​ອື່ນໆ​ຈະ​ເປັນ​ວາ​ລະ​​ສຳ​ຄັນໃນການ​ຢ້ຽມ​ຢາມຄັ້ງ​ນີ້ ເຊິ່ງຈີນ​ໄດ້​ກຽມ​ພ້ອມ​ຈະ​ປຶກ​ສາ​ຫາ​ລືກັບ​ຝ່າຍ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ເຫຼົ່າ​ນີ້​ຢ່າງ​ກົງ​ໄປ​ກົງ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ