ຈີນ​ເຂົ້າ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານແອ​ສ​ປາຍ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຊາດ
2017-10-31 11:02:18  cri 
ມີ​ຂ່າວ​ແຈ້ງວ່າ, ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ພາ​ເຂດ​ປົກ​ຄອງ​ຕົນ​ເອງ​ກາ​ຕາ​​ລຸນ​ຢາ​ປະ​ເທດ​ແອ​ສ​ປາຍ​ໄດ້​ຜ່ານ​ຍັດ​ຕິ​​ຮັບ​ຮອງເອ​ກະ​ລາດ ແລະ ປະ​ກາດສ້າງ​ເຂດ​ດັ່ງ​ກ່າວ "ເປັນ​ປະ​ເທດ​ເອ​ກະ​ລາດ" ແລະ​ຈາກ​ປະ​ເດັນ​ດັ່ງ​ກ່າວ, ລັດ​ຖະ​ບານ​ແອ​ສ​ປາຍ​ໄດ້​ຖະ​ແຫຼງວ່າ ຈະ​ຕອບ​ໂຕ້​ຄືນ​ຢ່າງ​ເດັດ​ດ່ຽວ​ ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ຕາມ​ມາດ​ຕາ​ 155 ຂອງ​ລັດ​ຖະ​ທຳ​ມະ​ນູນ.

ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວໃນ​ການ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸ​ລາ​ນີ້​ວ່າ, ບັນ​ຫາ​ເອ​ກະ​ລາດ​ຂອງ​ເຂດ​ກາ​ຕາ​ລຸນ​ຢາເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ແອ​ສ​ປາຍ ເຊິ່ງຈີນ​ເຂົ້າ​ໃຈ ແລະ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ແອ​ສ​ປາຍ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ, ຄວາມ​ປອງດອງ​ຊາດ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.

ທ່ານ​ນາງ​ຮ​ວ້າ​​ຊຸ່ນ​ຢິງ​ກ່າວ​ຢ້ຳ​ວ່າ, ຈີນ​ແລະ​ແອ​ສ​ປາຍ​ເປັນ​ປະ​ເທດ​ເພື່ອນ​ມິດ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ​​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​​ຂອງກັນ​ແລະ​ກັນ ​ພ້ອມ​ທັງ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ກັນ ເພື່ອເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ຂົງ​ເຂດ​ຕ່າງໆ​ກັບ​ແອ​ສ​ປາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ